ຖ້າ​ອາ​ເມ​ລິ​ກາ​ປະຕິບັດ​ຕາມ​ລັດທິ​ປົກ​ປ້ອງ​ການ​ຄ້າ​ຈະ​ເຮັດ​ໃຫ້​ເສດຖະກິດ​ໂລກ​ຖົດຖອຍ
2017-02-09 11:01:48  cri 

ທ່ານ​ອັນ​ໂຕນ ​ໂບ​ເອີ​ເນີ ປະທານ​ສະມາຄົມ​ຂາຍຍົກ​ແລະ​ການ​ຄ້າ​ຕ່າງປະ​ເທດ​ເຢຍລະ​ມັນ ​ໄດ້​ຖະ​ແຫຼງ​ໃນ​ວັນ​ທີ 7 ກຸມພາ​ນີ້​ ​ໂດຍ​​ໄດ້ຕຳ​ໜິທ່ານ​​ໂດ​ນັນ ທຣຳ ປະທານາທິບໍດີ​ອາ​ເມ​ລິ​ກາ​ຢ່າງ​ຮ້າຍ​ແຮງ ຫຼັງມົວ​ເມົາ​ນຳ​ນະ​ໂຍບາຍ​ການ​ປົກ​ປ້ອງ​ການ​ຄ້າ ທັງ​ເຫັນ​ວ່າການ​ກະທຳ​ແບບ​ນີ້​ຈະ​ສົ່ງ​ຜົນ​ເຮັດ​ໃຫ້​ເສດຖະກິດ​ໂລກ​ຖົດຖອຍ ​ທີ່​ບໍ່​ສາມາດຫຼີກ​ເວັ້ນໄດ້.

ທ່ານ​ໂບ​ເອີ​ເນີ ກ່າວ​ວ່າ: ທ່ານ​ທຣຳ​ໄດ້​ຮັບ​ໄຊຊະນະ​ໃນ​ການ​​ເລືອກ​ຕັ້ງປະທານາທິບໍດີ​ ກໍ​ສົມດັ່ງ​ປາຖະໜາ​ທີ່​ຖື​ເອົາ​ອາ​ເມ​ລິ​ກາ​​ເປັນ​ບໍລິສັດຂອງ​ຕົນ​ເອງ. ຂະນະ​ທີ່​ຖ້າວ່າ​ໃນ​ຕໍ່ໜ້າ ທ່ານ​ສາມາດ​ປະຕິບັດ​ຕາມ​ຄວາມ​ຄິດ​ຂອງ​ຕົນ​ທີ່​ສ້າງ​ກຳ​ແພງ​ການ​ຄ້າ​ໃໝ່ ​ໂດຍ​ສະ​ເພາະ​ຈະ​ປະຕິບັດ​ຕໍ່​ຈີນ​ນັ້ນ ກໍ​ຈະ​ສົ່ງ​ຜົນ​ໃຫ້​ເສດຖະກິດ​ເຢຍລະ​ມັນ​ທີ່​ເນັ້ນການ​ສົ່ງ​ອອກ​ຖືກ​ກະທົບ​ແບບ​ມະ​ຫັນ​ຕະ​ໄພ ​ແລະ​ເມື່ອ​ເປັນ​ແນວ​ນີ້, ​ເສດຖະກິດ​ໂລກ​ກໍ​ຈະ​ຖົດຖອຍ ​ໂດຍ​ຈະຫຼີກ​ເວັ້ນບໍ່​ໄດ້.

ທ່ານ​ໂບ​ເອີ​ເນີ ກ່າວ​ຕື່ມ​ວ່າ: ຄຽງ​ຄູ່​ກັບ​ທ່ານ​ທຣຳ​ຂຶ້ນ​ເປັນ​ຜູ້​ກຳ​ອຳນາດ, ​ເຢຍລະ​ມັນ​ກໍ​ຄວນ​ພິຈາລະນາ​ການ​ສ້າງພັນທະ​ມິດ​ໃໝ່​ກັບປະ​ເທດ​ໃນອາຊີ, ​ອາ​ເມ​ລິ​ກາ​ລາ​ຕິນ ​ແລະ ກາ​ນາ​ດາ ​ເຊິ່ງຖ້າ​ເປັນ​ຈິງ​ກໍຈະ​ສົ່ງ​ຜົນ​ເຮັດ​ໃຫ້ອາ​ເມ​ລິ​ກາ​​​ຜະ​ເຊີນ​ກັບ​ການ​ແຂ່ງຂັນ​ຢ່າງ​ດຸ​ເດືອດທີ່​ສຸດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ