ການ​ຍົກຍ້າຍ​ຈັດ​ສັນຊາວ​ອົບ​ພະຍົບຢູ່​ເອີຣົບຄືບ​ໜ້າ​ຊ້າ​ກວ່າ​ຄາດໝາຍ
2017-02-09 11:04:05  cri 

ຄະນະ​ກຳມາ​ທິການ​ສະຫະພາບ​ເອີຣົບ ​ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານຄວາມ​ຄືບ​ໜ້າການ​ຈັດ​ສັນ​ຊາວອົບ​ພະຍົບສະບັບ​ທີ 9 ​ໃນ​ວັນ​ທີ 8 ກຸມພາ​ນີ້ ​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ນັບ​ແຕ່​ວັນ​ທີ 8 ທັນວາ​ປີຜ່ານມາ​ຈົນ​​ເຖິງ​ປັດຈຸບັນ, ​ໂດຍ​ລວມ​ແລ້ວ​ມີ​ຊາວ​ອົບ​ພະຍົບ 3.813 ຄົນ ​ໄດ້​ຍ້າຍ​ຈາກ​​​ເກຼັກ ​ແລະ ອີ​ຕາ​ລີ ​ໄປ​ຢູ່​ປະ​ເທດ​ສະມາຊິກ​ອື່ນໆ ​ໃນ​ນີ້ ສຳລັບ​ເດືອນ​ທັນວາ​ປີຜ່ານມາ​ໄດ້​ຍ້າຍ​​ຊາວ​ອົບ​ພະຍົບຫຼາຍທີ່​ສຸດ ​ເຖິງ 1.926 ຄົນ. ຂະນະ​ທີ່​ນັບ​ແຕ່​ເດືອນ​ກັນຍາ​ປີ 2015 ​ເປັນຕົ້ນມາ, ສະຫະພາບ​ເອີຣົບ​ໄດ້​ຍົກຍ້າຍ​ຊາວ​ອົບ​ພະຍົບຈາກ​ສອງ​ປະ​ເທດ​ດັ່ງກ່າວ​ແລະ​ຈັດ​ສັນ​ໄປ​ຢູ່​ປະ​ເທດ​ສະມາຊິກ​ອື່ນໆ 11.966 ຄົນ, ​ແຕ່​ຄວາມ​ຄືບ​ໜ້າ​ດັ່ງກ່າວ​ຊ້າ​ກວ່າ​ເປົ້າໝາຍ​ທີ່​ວາງ​ໄວ້ຫຼາຍສົມຄວນ.

ນອກຈາກ​ຍົກຍ້າຍ​ຊາວ​ອົບ​ພະຍົບອອກ​ຈາກ​​ເກຼັກ ​ແລະ ອີ​ຕາ​ລີ ​ແລ້ວ, ປະ​ເທດ​ສະມາຊິກ​ສະຫະພາບ​ເອີຣົບ​ເຄີຍ​ຮັບປາກ​ວ່າ​ຈະ​ຈັດ​ສັນ​ຊາວ​ອົບ​ພະຍົບໃນປະ​ເທດ​ຕ່າງໆ​ໃຫ້​ໄດ້ 22.000 ຄົນກ່ອນ​​ເດືອນ​ກັນຍາ​ປີນີ້. ຂະນະ​ທີ່​ບົດ​ລາຍ​ງານ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ, ມາ​ຮອດ​ປັດຈຸບັນ, ມີ​ຊາວ​ອົບ​ພະຍົບ 13.968 ຄົນ​ໄດ້​ຮັບ​ການຈັດ​ສັນ​​ແລ້ວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ