ກຳປູ​ເຈຍ​ຈະວາງ​ແຜນ​ກໍ່ສ້າງ​ລົດ​ໄຟ​ລອຍ​ຟ້າ​ຢູ່​ນະຄອນຫຼວງພະນົມ​ເປັນ
2017-02-09 11:08:24  cri 

ກະຊວງ​ໂຍທາ​ທິການ​ແລະ​ຂົນ​ສົ່ງ​ກຳປູ​ເຈຍ ​ໄດ້​ຢືນຢັນ​ໃນ​ວັນ​ທີ 8 ກຸມພາ​ນີ້​ວ່າ ຈະ​ວາງ​ແຜນກໍ່ສ້າງ​ລົດ​ໄຟ​ລອຍ​ຟ້າ​ເພື່ອ​​ແກ້​ໄຂບັນຫາ​ການ​ສັນຈອນ​ແອ​ອັດ​ໃນ​ນະຄອນຫຼວງພະນົມ​ເປັນ ​ແລະ​ຈະ​ມອບ​​ໃຫ້ອົງການ​ຮ່ວມ​ມື​ສາກົນ​ຍີ່ປຸ່ນ(Japan International Cooperation Agency) ຫຼື ​ໄຈ​ກາ ສຶກສາ​ຄວາມ​ເປັນ​ໄປ​ໄດ້ຂອງ​ໂຄງການ.

ທ່ານ​ຊຸນ​ຈັນທອນ ລັດຖະມົນຕີ​ກະຊວງ​ໂຍທາ​ທິການ​ແລະ​ຂົນ​ສົ່ງ​ກຳປູ​ເຈຍ ກ່າວ​ວ່າ: ລົດ​ໄຟ​ລອຍ​ຟ້າ​ຕ້ອງການ​ພື້ນ​ທີ່​ອ່າວ​ໜ້ອຍ, ການ​ອອກ​ແບບ​ກໍ​ເປັນ​ມິດ​ຕໍ່​ສິ່ງ​ແວດ​ລ້ອມ ​ແລະ ຈະ​ບໍ່​ປ່ອຍ​ຄວັນ​ທີ່​ເປັນ​ສິ່ງມົນ​ລະ​ພິດ. ຂະນະ​ທີ່ຫຼັງສຳ​ເລັດ​ບົດ​ລາຍ​ງານ​ການສຶ​ກສາ​ຄວາມ​ເປັນ​ໄປ​ໄດ້​ແລ້ວ, ລັດຖະບານ​ຍັງ​ຈະ​ຕ້ອງ​ລະດົມ​ທຶນ 800 ລ້ານ​ໂດ​ລາ​ສະຫະລັດ​ເພື່ອ​ໃຊ້​ໃນ​ໂຄງການ​ດັ່ງກ່າວ.

ຂະນະ​ທີ່​ໂຄສົກ​ກະຊວງ​ໂຍທາ​ທິການ​ແລະ​ຂົນ​ສົ່ງ​ກຳປູ​ເຈຍ ​ກ່າວ​ວ່າ: ຍີ່ປຸ່ນ​ອາດ​ຈະ​​ເລີ່​ມສຶກສາຄວາມ​ເປັນ​ໄປ​ໄດ້​ໃນ​ເດືອນ​ເມສາ​ທີ່​ຈະ​ເຖິງ​ນີ້ ​ແລະ​ຄາດ​ວ່າ​ຈະ​​ສຳ​ເລັດ​ບົດ​ລາຍ​ງານ​ໃນ​ເດືອນ​ພຶດສະພາ​ປີໜ້າ. ​ແນວ​ໃດ​ກໍ​ດີ, ​​ແຜນການ​ກໍ່ສ້າງ​ລົດ​ໄຟ​ລອຍ​ຟ້າ​ແມ່ນ​ໂຄງການ​ສຳຄັນ​ຂອງ​ລັດຖະບານ​ໃນ​ການ​ຊຸກຍູ້​ລະບົບ​ຂົນ​ສົ່ງ​ສາທາລະນະ ​ເພື່ອ​ແກ້​ໄຂ​ບັນຫາ​ການ​ສັນຈອນ​ນັບ​ມື້ແອ​ອັດ​ໃນ​ນະຄອນຫຼວງພະນົມ​ເປັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ