ປະທານາທິບໍດີ​ຝຣັ່ງຊົມ​ເຊີຍຜົນສຳ​ເລັດ​ໃນ​ການ​ຮ່ວມ​ມືກັບຈີນ​
2017-02-09 16:19:37  cri 

​ ທ່ານ​ຟຣັງຊົວ ອໍ​ລອງ ປະທານາທິບໍດີ​ຝຣັ່ງ ກ່າວໃນ​ງານ​ລ້ຽງ​ຕ້ອນຮັບ​ປີ​ໃໝ່​ຕາມ​ຈັນທະຄະຕິ​ຈີນ​ແລະ​ປະ​ເທດອື່ນໆ​ໃນ​ອາຊີ ທີ່​ຈັດ​ຂຶ້ນຢູ່​ວັງ​ເອລີ​ເຊ ນະຄອນຫຼວງປາຣີ ​ໃນ​ວັນ​ທີ 8 ກຸມພາ​ນີ້ວ່າ: ​ສຳລັບ​ຝຣັ່ງ ​ແລະ ຈີນ​, ​ປີ 2016 ທີ່​ຜ່ານ​ມາ ​ແມ່ນ​ປີ​ໜຶ່ງ​ທີ່​ຍິ່ງ​ໃຫຍ່ ​​ແລະການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ກໍໄດ້ຮັບ​ໝາກຜົນຫຼາຍປະການ.

ທ່ານ​ຟຣັງຊົວ ອໍ​ລອງ ກ່າວ​ວ່າ: ປີຜ່ານມາ, ການ​ຮ່ວມ​ມື​ລະຫວ່າງ​ຝຣັ່ງ-ຈີນ​ໄດ້​ມີ​ຄວາມ​ຄືບ​ໜ້າ​ທີ່​ສຳຄັນ​ໃນ​ຂົງ​ເຂດ​ພະລັງງານ​ນິວ​ເຄລຍທີ່​ນຳ​ໃຊ້​ທາງ​ພົນລະ​ເຮືອນ ​ໂດຍ​ສະ​ເພາະ​ ໂຄງການ​ໂຮງ​ໄຟຟ້າ​ນິວ​ເຄລຍຮິນ​ເຄຼ C ອັງກິດ ​ແລະ​ ຜະລິດ​ຕະພັນ​ກະສິກຳ, ​ເຂດ​ກະສິກຳ​ທີ່​​ຜະລິດ​ເຫຼົ້າວາຍ Bordeaux ຂອງຝຣັ່ງ 45 ​ເຂດ ​ໄດ້​ຮັບ​ການປົກ​ປ້ອງ​ໃນ​ຖານະ​ເປັນ​ສັນຍະລັກ​ທາງ​ພູມ​ສາດ​ຈາກ​ຈີນ. ນອກ​ນີ້, ​ ການ​ແລກປ່ຽນ​ບຸກຄະລາ​ກອນ​ລະຫວ່າງ​ສອງ​ປະ​ເທດໃນ​ຊຸມ​ປີ​ຜ່ານ​ມາ ກໍ​ນັບ​ມື້​ແໜ້ນ​ແຟ້ນຍິ່ງ​ຂຶ້ນ, ປະຊາຊົນ​ຈີນ​ໄດ້​ຮັບ​ວີຊາ​ຝຣັ່ງກໍ​ເພີ່ມ​ຂຶ້ນຢ່າງ​ຈະ​ແຈ້ງ​ເມື່ອ​ທຽບ​ໃສ່ຫຼາຍປີ​ກ່ອນ ​ແລະ​ ປັດຈຸບັນ, ນັກ​ສຶກສາ​ຈີນ​ທີ່​ໄປ​ສຶກສາ​ຕໍ່​ຢູ່​ຝຣັ່ງກໍບັນລຸ​ເຖິງ 35.000 ຄົນ​ແລ້ວ.

ຂະນະ​ດຽວ​ກັນ, ທ່ານ​ຟຣັງຊົວ ອໍ​ລອງ ກໍ​ໄດ້​ຊົມ​ເຊີຍຈີນ​ທີ່​ໄດ້​ເສີມ​ຂະຫຍາຍ​ບົດບາດ​​ໃນ​ບັນຫາ​ສຳຄັນ​ຕ່າງໆຂອງ​ໂລກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ