ບໍລິສັດ​ທຸລະ​ກິດທ່ອງ​ທ່ຽວໄທ​​ໂຄສະນາການທ່ອງທ່ຽວ​ຢູ່​ເມືອງ​ຄຸນ​ມິ​ງ
2017-02-09 16:27:05  cri 

ອົງການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ໄທ​ໄດ້​ນຳພາ​ 25 ບໍລິສັດ​ທຸລະ​ກິດທ່ອງ​ທ່ຽວປະ​ເທດ​ຕົນ​ໄປ​ "​ໂຄສະນາ​ການທ່ອງທ່ຽວ​ທີ່​ມີ​ຄຸນ​ນະພາ​ບ​ໄລຍະລະ​ດູ​ບານ​ໃໝ່ 2017" ຢູ່​ເມືອງ​ຄຸນ​ມິ​ງ ​ແຂວງ​ຢຸນນານ ສປ ຈີນ ​ໃນ​ວັນ​ທີ 8 ກຸມພາ​ນີ້ ​ເພື່ອ​ໂຄສະນາ​ຜະລິດ​ຕະພັນ​ທ່ອງ​ທ່ຽວຫຼ້າສຸດ​ ​ແລະ ຍົກ​ສູງຄຸນ​ນະພາ​ບການທ່ອງທ່ຽວຂອງປະ​ເທດ​ຕົນ.

25 ບໍລິສັດ​ທີ່​ເຂົ້າຮ່ວມ​ກິດຈະກຳ​ດັ່ງກ່າວ​ມີ ​ໂຮງ​ແຮມ, ບໍລິສັດ​ທ່ອງ​ທ່ຽວ, ສະຖານ​ທີ່​ບັນ​ເທີ​ງ ​ແລະ​ອື່ນໆ ທີ່​ປະກອບທຸລະ​ກິດ​ການທ່ອງທ່ຽວ ​​ໄດ້​ພົບ​ປະ​ກັບ​ຜູ້ຕາງໜ້າ​ວິ​ສາ​ຫະກິດ​ຈີນ​ເພື່ອຫາລື​ການ​ຮ່ວມ​ມື ​ຫວັງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ຈີນ​ທີ່​ເປັນຕະຫຼາດນັກ​ທ່ອງ​ທ່ຽວນັບ​ມື້​ຂະຫຍາຍຕົວ.

ຂ່າວ​ແຈ້ງວ່າ, ປີ 2016 ຜ່ານ​ມາ, ນັກ​ທ່ອງ​ທ່ຽວ​ຈີນ​ໄປ​ທ່ຽວ​ໄທ​ບັນລຸ​ເຖິງ 8 ລ້ານ 7 ​ແສນ 7 ໝື່ນ​ເທື່ອ​ຄົນ ​ເພີ່ມ​ຂຶ້ນ 10% ​ເມື່ອ​ທຽບ​ໃສ່​ປີ 2015 ​ແລະ ຄາດ​ວ່າ​ປີ​ນີ້, ນັກ​ທ່ອງ​ທ່ຽວ​ຈີນ​ຈະໄປ​ທ່ຽວ​ໄທ​​ເຖິງ 9 ລ້ານ​ເທື່ອ​ຄົນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ