ໄອຍະການ​ພິ​ເສດສ ​ເກົາຫຼີ​ຫຼົ້ມ​ແຫຼວໃນ​ການ​ສືບສວນ​ທ່ານ​ນາງ​ປັກ​ກຸນ​ເຮ​
2017-02-10 11:28:10  cri 
ສື່​ມວນ​ຊົນ​ສ ​ເກົາ​ຫຼີລາຍ​ງານ​ວ່າ: ທ່ານ​ນາງ​ປັກ​ກຸນ​ເຮ ປະທານາທິບໍດີ​ສ​ ​ເກົາຫຼີ​ປະກາດ​ຢ່າງ​ກະທັນຫັນ​​ໃນ​ວັນ​ທີ 8 ກຸມພາ​ນີ້​​ໃຫ້ຍົກ​ເລີກ​ວາລະ​ການ​ສື​ບ​ສວນ​​ເຊິ່ງໜ້າ​ຕາມ​ກຳນົດ​ໃນ​ວັນ​ທີ 9 ກຸມພາ​ນີ້​ເພື່ອປະ​ທ້ວງ​ຄະນະ​ໄອຍະການພິ​ເສດ​​ເຜີຍ​ແຜ່ວາລະ​ການ​ສືບສວນ​ປະທານາທິບໍດີ.

ຄະນະໄອຍະການພິເສດສ ເກົາຫຼີທີ່ຮັບຜິດຊອບສືບສວນເຫດການ "ຄົນໃກ້ຊິດແຊກແຊງວຽກງານລັດ"​ໄດ້ຖະແຫຼງຂ່າວຕາມປົກກະຕິໃນວັນທີ 9 ກຸມພານີ້ໂດຍຕອບໂຕ້ຕໍ່ຂໍ້ອ້າງຂອງທ່ານນາງປັກກຸນເຮທີ່ປະຕິເສດຮັບຟັງການສືບສວນໃນວັນດັ່ງກ່າວ ທັງກ່າວເນັ້ນວ່າ ຄະນະໄອຍະການພິເສດບໍ່ໄດ້ເຜີຍແຜ່ວາລະການ​ສືບສວນ​ປະທານາທິບໍດີ​ແບບ​ເຊິ່ງໜ້າ​ໂດຍລ່ວງ​ໜ້າ ​ແລະບໍ່​ເຂົ້າ​ໃຈ​ວ່າ​ເປັນ​ຫຍັງ​ທ່ານ​ນາງ​ປັກ​ກຸນ​​ເຮ​ປະຕິ​ເສດ​ການ​ສືບສວນ​ໃນຂໍ້​ອ້າງ​ດັ່ງກ່າວ.

ນັກວິ​ເຄາະສ ​ເກົາຫຼີ​ເຫັນ​ວ່າ: ​ເຖິງ​ວ່າ​ແຜນການ​ສືບ​ສວນ​ນາງ​ປັກ​ກຸນ​ເຮ​ແບບ​​ເຊິ່ງໜ້າ​ເທື່ອ​ນີ້​ຖືກ​ຍົກ​ເລີກ​ກໍ​ຕາມ, ​ແຕ່​ເນື່ອງ​ຈາກ​ທັງ​ທ່ານນາງ​ປັກ​ກຸນ​​ເຮ​ແລະ​ຄະນະ​ໄອ​ຍະ​ການ​ພິ​ເສດ​ລ້ວນ​ແຕ່​ຢືນຢັນ​ຢ່າງ​ຕໍ່​ເນື່ອງວ່າ​ຕ້ອງການ​ດຳ​ເນີນ​ການ​ສືບສວນ​ແບບ​ເຊິ່ງໜ້າ. ຈາກ​ນີ້​ຈິ່ງ​ເຫັນ​​ໄດ້​ວ່າ ການ​ທີ່​​ແຜນການ​ສືບສວນທ່ານ​ນາງ​ປັກ​ກຸນ​ເຮ​ແບບ​​ເຊິ່ງໜ້າ​ປະສົບ​ຄວາມ​ຫຼົ້ມ​ແຫຼວ​ນັ້ນ​ມີ​ຄວາມ​ເປັນ​ໄປ​ໄດ້​ບໍ່ພໍ​ເທົ່າ​ໃດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ