ສູນ​ປະຕິບັດ​ການ ​South Survey ປະຈຳ​ລາວ​​ຮັບ​ໃຊ້​ບໍລິສັດ​ຈີນ​ຢູ່​ລາວ
2017-02-10 17:25:56  cri 
ບໍລິສັດການ​ສຳ​ຫຼວດ ວັດ​ແທກ-​ແຜນ​ທີ່​ພາກ​ໃຕ້​ຈີນ​ຫຼື​South Survey​ ຮ່ວມ​ມື​ກັບ​ບໍລິສັດSpaceeyeລາວ​ມາ​ແຕ່​ປີ 2016​ໂດຍ​ໄດ້​ສ້າງ​ຕັ້ງ​ສູນປະຕິບັດ​ການ ​South Survey ປະຈຳ​ລາວ​​ຫຼື SSLOC ຂຶ້ນ​ເພື່ອ​ບັນລຸ​ເປົ້າ​ໝາຍ​ໃນ​ການຈຳໜ່າຍ,ສ້ອມ​ແປງ​,ຝຶກ​ອົບ​ຮົມ​ແລະ​ການ​ບໍລິການ​ດ້ານ​ເຕັກນິກ​ທາງ​ດ້ານອຸປະກອນ​ການ​ສຳ​ຫຼວດ ວັດ​ແທກ-​ແຜນ​ທີ່ຢູ່​ປະ​​ເທດ​ລາວ ທັງ​ຮ່ວມ​ກັບ​ບໍລິສັດ Spaceeye ລາວ ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ອຸດສາຫະກຳ​ຂໍ້​ມູນ​ຂ່າວສານ​ພູມ​ສາດ​ຂະ​ແໜງສຳ​ຫຼວດ,ວັດ​ແທກ-​ແຜນ​ທີ່​ຂອງ​ລາວ ທັງ​ໃຫ້ການບໍລິການ​​ແກ່​ລັດຖະບານ​ລາວ,ບໍລິສັດ​ຈີນຢູ່ລາວ,ບໍລິສັດ​ກໍ່ສ້າງ​ລາວ​ໃຫ້​ຮອບດ້ານ​ແລະ​ທັນ​ການ​ກວ່າ​ເກົ່າ.

ພ້ອມ​ດຽວ​ກັນ​ນັ້ນ, ສູນ SSLOC ​ຍັງ​ຈະ​ຮ່ວມ​ມື​ກັບ​ລັດຖະບານ​ລາວ​ຢ່າງ​ໃກ້ຊິດ​​ເພື່ອ​ບໍລິການໃຫ້​ແກ່​ໂຄງການທາງ​ລົດ​ໄຟຈີນ-ລາວ ​ແລະສູນ​ດັ່ງກ່າວ​ຍັງຈະ​ປະຕິບັດ​ຕາມ​ຍຸດ​ທະ​ສາດ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"ຂອງ​ຈີນ​​ໂດຍ​ຈະ​ໃຫ້ການ​ບໍລິການ​ດ້ານ​ຂໍ້​ມູນ​ພູມ​ສາດ​ສຳ​ຫຼວດ ວັດ​ແທກ-​ແຜນ​ທີ່​ແກ່​ບໍລິສັດ​ຈີນ​ຢູ່ລາວ​ໂດຍ​ສະ​ເພາະ​ໂຄງການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ