ໂຮງ​ໄຟຟ້າ​ນິວ​ເຄລຍຢູ່ຝຣັ່ງລະ​ເບີດ ບາດ​ເຈັບ 5 ຄົນ
2017-02-10 11:02:05  cri 

ສື່​ມວນ​ຊົນ​ຝຣັ່ງລາຍ​ງານ​ວ່າ ​​ເຂດໂຮງ​ໄຟຟ້າ​ນິວ​ເຄລຍຟລາ​ມັງ​ວິວ​ເລີ ຢູ່​ແຂວງ​ລາ​ມັງ​ເຊີ ທາງ​ພາກ​ຕາ​ເວັນ​ຕົກ​ຝຣັ່ງ​ໄດ້​ເກີດລະ​ເບີດ​ໃນ​ຕອນ​ເຊົ້າວັນ​ທີ 9 ກຸມພາ​ນີ້ ສົ່ງ​ຜົນ​ເຮັດ​ໃຫ້ 5 ຄົນ​ບາດ​ເຈັບ​ເລັກ​ໜ້ອຍ, ​ແຕ່ບໍ່​​ເປັນອັນຕະລາຍ​ຈາກ​ການຮົ່ວ​ໄຫຼຂອງສານ​ກຳ​ມັນ​ຕະພາບ​ລັງ​ສີ.

ທັງ​ນີ້, ສື່ມວນ​ຊົນ​ຝຣັ່ງ​ໄດ້​ອ້າງ​ຕາມ​ແຫຼ່ງຂ່າວ​ຈາກ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ແລະໂຮງ​​ໄຟຟ້າ​ນິວ​ເຄລຍ​ວ່າ ​ເຫດ​ລະ​ເບີດ​ເທື່ອ​ນີ້​ເກີດ​ຂຶ້ນຍ້ອນ​ຜົນກະທົບຈາກ​ໄຟ​​ໄໝ້, ​ແຕ່ບໍ່​ໄດ້​ເກີດ​ຂຶ້ນຢູ່​ເຂດ​ໃຈກາງ​ຂອງ​ໂຮງ​ໄຟຟ້າ ຈຶ່ງ​ບໍ່​​ເປັນອັນຕະລາຍ​ຈາກ​ການ​ຮົ່ວ​ໄຫຼຂອງສານ​ກຳ​ມັນ​ຕະພາບ​ລັງສີ. ດ້ວຍ​ເຫດ​ນີ້, ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ຈຶ່ງ​ບໍ່​ໄດ້​ໃຊ້​ມາດ​ຕະການເປັນ​ພິ​ເສດ ​​ແລະ​ພຽງແຕ່​ສົ່ງ​ກອງ​ດັບ​ເພີງທຳ​ມະ​ດາ​​ເຂົ້າໄປ​ແກ້​ໄຂ​ບັນຫາ​ເທົ່າ​ນັ້ນ.

ນອກ​ນີ້, ຂ່າວຫຼ້າສຸດ​ຈາກ​ແຂວງ​ລາ​ມັງ​ເຊີ ​ໃຫ້​ຮູ້​ວ່າ: ​ເຫດ​ໄຟ​ໄໝ້​ເທື່ອ​ນີ້​ໄດ້​ເກີດ​ຂຶ້ນ​ໃນ​ເວລາ​ປະມານ 10:00 ​ໂມງ​ຂອງ​ວັນ​ທີ 9 ກຸມພາ​ນີ້ ​ເຊິ່ງສາ​ເຫດ​ອາດ​ຈະ​ແມ່ນ​ໄຟຟ້າ​ລັດ​ວົງ​ຈອນ, ຂະນະ​ທີ່ຍັງ​ຊອກຫາສາ​ເຫດ​ທີ່ລະອຽດ ​ແລະ​ປັດຈຸບັນ ເຄື່ອງ​ປະຕິ​ກອນ​ເບີ 1 ຂອງ​ໂຮງ​ໄຟຟ້າ​ດັ່ງກ່າວ​ໄດ້​ຢຸດ​ເຮັດ​ວຽກ​ແລ້ວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ