ປີ 2016 ​ເຢຍລະ​ມັນ​​ໄດ້​ສ້າງ​ສະຖິຕິ​ໃໝ່​ໃນການ​ສົ່ງ​ອອກ​
2017-02-10 11:03:47  cri 

ກົມ​ສະຖິຕິ​ສະຫະພັນ​ເຢຍລະ​ມັນປະກາດ​ໃນ​ວັນ​ທີ 9 ກຸມພາ​ນີ້​ວ່າ ປີ 2016, ​ປະ​ເທດ​ຕົນ​ໄດ້​ສ້າງ​ສະຖິຕິ​ໃໝ່ຂອງມູນ​ຄ່າການ​ສົ່ງ​ອອກ​ ​ໂດຍ​ບັນລຸ​ເຖິງ 1.207 ຕື້ 500 ລ້ານ​ເອີ​ໂຣ, ຂະນະ​ທີ່​ມູນ​ຄ່າການ​ນຳ​ເຂົ້າບັນລຸ 954 ຕື້ 600 ລ້ານ​ເອີ​ໂຣ. ຈາກ​ຕົວ​ເລກ​ດັ່ງກ່າວສະ​ແດງ​ໃຫ້​ເຫັນ​ວ່າ: ມູນ​ຄ່າ​ການ​ສົ່ງ​ອອກ​​ໄດ້​ເພີ່ມ​ຂຶ້ນ 1,2% ​ເມື່ອ​ທຽບ​ປີ 2015, ຂະນະ​ທີ່​ມູນ​ຄ່າ​ການ​ນຳ​ເຂົ້າກໍ​ເພີ່ມ​ຂຶ້ນ 0,6%.

ທ່ານ​ເບ​ໂນ ບຸນ​ເຊ ຜູ້ອຳ​ນວຍ​ການ​ໃຫຍ່​ອົງການ​ການ​ຄ້າ​ຕ່າງປະ​ເທດ​ແລະ​ການ​ລົງທຶນ​ແຫ່ງ​ສະຫະພັນ​ເຢຍລະ​ມັນ ກ່າວ​ວ່າ: ການ​ສ້າງ​ສະຖິຕິ​ໃໝ່​ໃນ​ການ​ສົ່ງ​ອອກ​ຂອງ​ປະ​ເທດ​ຕົນ​ນັ້ນສະ​ແດງ​ໃຫ້​ເຫັນ​ເຖິງ​ຜະລິດ​ຕະພັນ​ທີ່​ຜະລິດ​ນັ້ນ​ໄດ້​ຮັບ​ຄວາມ​ນິຍົມຫຼາຍ​ໃນທົ່ວ​ໂລກ. ຂະນະ​ທີ່ວິ​ສາ​ຫະກິດ​ທຸລະ​ກິດ​ສົ່ງ​ອອກກໍ​ໄດ້​ສ້າງ​ສະຖິຕິ​ໃໝ່ 3 ປີ​ຢ່າງ​ຕໍ່​ເນື່ອງ​ແລ້ວ. ທັງ​ນີ້ ຜະລິດ​ຕະພັນ​ທີ່​ມີຄຸນ​ນະພາ​ບສູງ ​ແລະ ​ເຕັກນິກ​ຈາກ​ການ​ປະດິດ​ສ້າງ​ໃໝ່​ຂອງ​ວິ​ສາ​ຫະກິດ​ເຢຍລະ​ມັນ ​ແມ່ນ​ໜຶ່ງ​ໃນ​ສາ​ເຫດ​​ສຳຄັນທີ່​ເຮັດ​ໃຫ້​ປະ​ເທດ​ຕົນ​ຢູ່​ໃນ​ຖານະ​ນຳ​ໜ້າ​ໂລກຈະສົ່ງ​ຜົນ​ເຮັດ​ໃຫ້​​ເກີດຄວາມ​ສາມາດ​ການ​ແຂ່ງຂັນເພີ່ມ​ຂຶ້ນ ​ໃນ​ຖານະ​ເປັນ​ເປົ້າໝາຍຂອງ​ການ​ລົງທຶນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ