ທ່ານ​ປູ​ຕິນ​ຂໍ​ໂທດ​ປະທານາທິບໍດີຕວກກີ​ຫຼັງທະຫານ​ຕວກກີ​​ເສຍ​ຊີວິດຈາກ​ ການຖິ້ມ​ລະ​ເບີດຂອງຍົນ​ຮົບຣັດ​ເຊຍ​
2017-02-10 11:05:47  cri 

ກອງທັບ​ຕວກກີ​ທີ່​ສູ້​ຮົບ​ຢູ່​​ແຂວງ​ອາ​ເລັບ​ໂປ ທາງ​ພາກ​ເໜືອ​ຊີຣີ ​ເຊິ່ງ​ເປັນ​ຖານ​ທີ່​ໝັ້ນສຳຄັນ​ຂອງ​ກຸ່ມຫົວ​ຮຸນ​ແຮງ IS ​ໄດ້​ຖືກ​ລະ​ເບີດຫຼັງຍົນ​ຮົບຣັດ​ເຊຍ​ຖິ້ມ​ຜິດ​ເປົ້າໝາຍ ​ໃນ​ວັນ​ທີ 9 ກຸມພາ​ນີ້ ສົ່ງ​ຜົນ​ເຮັດ​ໃຫ້​ທະຫານ​ຕວກກີ 3 ຄົນ​ເສຍ​ຊີວິດ ​ແລະ 11 ຄົນ​ໄດ້​ຮັບ​ບາດ​ເຈັບ.

ນອກ​ນີ້, ຂ່າວສານ​ໂດ​ກັນ​ຕວກກີລາ​ຍງານ​ວ່າ ທ່ານ​ວຼາດີ​ເມຍ ປູ​ຕິນ ປະທານາທິບໍດີຣັດ​ເຊຍ ​ໄດ້​ສົ່ງ​ໂທລະ​ເລກ​ເຖິງ​ທ່ານ​ຣີ​ເຄັບ ທາ​ຢິບ ເອີ​ໂດ​ກັນ ປະທານາທິບໍດີ​ຕວກກີ ​ເພື່ອ​ຂໍ​ໂທດ​ຕໍ່​ເຫດການ​ດັ່ງກ່າວ ທັງ​ສະ​ແດງ​ຄວາມ​ເສົ້າສະຫຼົດ​ໃຈ​ຕໍ່​ທະຫານ​ຕວກກີ​ທີ່​ປະສົບ​ເຄາະ​ຮ້າຍ. ຂະນະ​ທີ່ຣັດ​ເຊຍ​ກໍ​ຊີ້​ແຈງ​ວ່າ ຣັດ​ເຊຍ​ແລະ​ຕວກກີ​ໄດ້​ສ້າງຕັ້ງໜ່ວຍ​ສຳຫຼວດຂຶ້ນ​ເພື່ອ​ສຳຫຼວດ​ເຫດການ​ທີ່​ບໍ່​ຄາດ​ຝັນ​ດັ່ງກ່າວ​ແລ້ວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ