ປະທານ​ປະ​ເທດ​ຈີນ​ສົນທະນາ​ທາງ​ໂທລະສັບ​ກັບ​ປະທານາທິບໍດີ​ອາ​ເມ​ລິ​ກາ
2017-02-10 15:06:29  cri 

ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​​ໄດ້​ສົນທະນາ​ທາ​ງ​ໂທລະສັບ​ກັບ​ທ່ານ​ໂດ​ນັນ ທຣຳ ປະທານາທິບໍດີ​ອາ​ເມ​ລິ​ກາ​ໃນ​ວັນ​ທີ 10 ກຸມພາ​ນີ້.

​ໂອກາດ​ດັ່ງກ່າວ, ທ່ານ​ສີ​ຈິ້ນ​ຜິ​ງ ​ໄດ້​ຊົມ​ເຊີຍ​ທ່ານ​ທຣຳທີ່​ຂຶ້ນດຳລົງ​ຕຳ​ແໜ່​ງປະທານາທິບໍດີ​ອາ​ເມ​ລິ​ກາ​ຢ່າງ​ເປັນ​ທາງ​ການ ​ແລະ ສະ​ແດງ​ຄວາມຂອບ​ໃຈ​ທ່ານ​ທຣຳທີ່​ໄດ້​ສົ່ງ​ສານ​ອວຍພອນ​ເຖິງ​ປະຊາຊົນ​ຈີນ​ໃນ​ວັນ​ທີ 8 ກຸມພາ​ນີ້ ​ໂອກາດບຸນ​ກຸດ​ຈີນປີ​ລະກາ  ​ແລະ ບຸນ​ຂະໜົມບົວລອຍ  ທັງ​ໄດ້​ສະ​ແດງ​ຄວາມຊົມ​ເຊີຍ​ຢ່າງ​ສູງຕໍ່​ທ່ານ​ທຣຳທີ່​ກ່າວ​ວ່າ​ຍົນ​ດີສຸມ​ທຸກ​ຄວາມ​ພະຍາຍາມ​ເພື່ອ​​ເປີດ​ກວ້າງ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ, ພັດທະນາ​ສາຍ​ພົວພັນ​ສອງ​ຝ່າຍ​ທີ່​ເປັນ​ການ​ສ້າງສັນ​ທີ່​ມີ​ຜົນ​ປະ​ໂຫຍ​ດຕໍ່​ອາ​ເມ​ລິ​ກາ ​ແລະ ຈີນ ກໍ​ຄືປະຊາ​ຄົມ​ໂລກ.

ທ່ານ​ທຣຳ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ ​ແລະ​ສົ່ງ​ຄຳອວຍພອນ​​ປີ​ໃໝ່ເຖິງ​ທ່ານ​ປະທານ​ສີ​ຈິ້ນ​ຜິ​ງ ​ແລະ ປະຊາຊົນ​ຈີນ​ອີກ​​ເທື່ອ​ໜຶ່ງ ທັງ​ເນັ້ນວ່າ: ຂ້າພະ​ເຈົ້າຮັບ​ຮູ້ເຖິງຄວາມ​ສຳຄັນ​ສູງທີ່​ລັດຖະບານ​ປະ​ເທດ​ຕົນ​ປະຕິ​ບັດ​ນະ​ໂຍບາຍ​ປະ​ເທດ​ຈີນ​ດຽວຢ່າງ​ເຕັມ​ສ່ວນ​ ​ແລະ​ລັດຖະບານ​ປະ​ເທດ​ຕົນ​ຈະຍຶດໝັ້ນ​ປະຕິບັດ​ນະ​ໂຍບາຍ​ດັ່ງກ່າວ.

ປະມຸກ​ລັດ​ສອງ​ປະ​ເທດ​ເຫັນ​ດີ​ຈະ​ຮັກສາ​ການ​ພົວພັນ​ຢ່າງ​ໃກ້ຊິດ ​ເພື່ອ​ແລກປ່ຽນ​ຄວາມ​ເຫັນ​ຢ່າງ​ທັນ​ການ​ກ່ຽວ​ກັບ​ບັນຫາ​ທີ່​ສອງ​ຝ່າຍ​ສົນ​ໃຈ​ຮ່ວມ​ກັນ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ ທັງ​​ຫວັງ​ວ່າ​ສອງ​ຝ່າຍຈະ​ໄດ້​ພົບ​ປະກັນ​​ໃນ​ອີກ​ບໍ່​ດົນ​ຕໍ່ໜ້າ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ