​UN ມອບ​ຕຳ​ແໜ່​ງ​ທູດຫຼັກ​ນິຕິ​ທຳຂອງ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ໃຫ້​ແກ່ພະ​ອົງ​ເຈົ້າ​ພັດຊະຣາກິ​ຕິ​ຍະ​ພາ
2017-02-10 21:09:21  cri 
ຕາມ CRI :ສື່​ມວນ​ຊົນ​ໄທ​ລາຍ​ງານ​ວ່າ,ວັນ​ທີ 8 ກຸມພາ​ນີ້,ຫ້ອງການ​ປ້ອງ​ກັນ​ຢາ​ເສບ​ຕິດ​ແລະປາບ​ປາມ​ອາ​ຊະ​ຍາ​ກຳ​​ແຫ່ງ​ສະຫະ​ປະຊາ​ຊາດ​ໄດ້​ມອບ​ຕຳ​ແໜ່​ງ​ທູດຫຼັກ​ນິຕິ​ທຳ​ຂອງອາຊີ​ຕາ​ເວັນ​ອອກສຽງ​​ໃຕ້​ໃຫ້​ແກ່​​ພະ​ອົງ​ເຈົ້າ​ພັດຊະລະກິ​ຕິ​ຍະ​ພາ​ຂອງ​ໄທ​ເພື່ອ​ສັນລະ​ເສີນຜົນ ງານ​ການ​ປະກອນ​ສ່ວນ​ເຂົ້າ​ໃນ​ການ​ປະຕິ​ຮູບລະບົບ​ຍຸຕິ​ທຳ​ໂດຍ​ສະ​ເພາະ​ການ​ຄຸ້ມ​ຄອງ​ນັກ​ໂທດ​ຍິງ​ໂດຍຜູ້ຕາງ​ໜ້າ​ຫ້ອງການປ້ອງ​ກັນ​ຢາ​ເສບ​ຕິດ​ແລະປາບ​ປາມ​ອາ​ຊະ​ຍາ​ກຳ​​ແຫ່ງ​ສະຫະ​ປະຊາ​ຊາດ​ໄດ້​ປະກາດ​ໃນ​ການ​ຖະ​ແຫຼງຂ່າວ​​ຢູ່​ນະຄອນຫຼວງບາງ​ກອກປະ​ເທດ​ໄທ.

ພະ​ອົງ​ເຈົ້າ​ພັດຊະລະ​ກິ​ຕິ​ຍະ​ພາ​ແມ່ນ​​ທິດາ​ຂອງ​ເຈົ້າ​ຊີວິດ​ໄທ​ອົງ​ປັດຈຸບັນ,​ດອກ​ເຕີ​ນິຕິສາດ,​ເຄີຍ​ດຳລົງ​ຕຳ​ແໜ່​ງ​ເປັນ​ເຈົ້າ​ໜ້າ​ທີ່​ລະດັບ​ສູງ​ຂອງ​ຄະນະ​ກຳມະການ​ປ້ອງ​ກັນ​ອາ​ຊະ​ຍາ​ກຳ​ແລະ​ຄວາມ​ຍຸຕິ​ທຳ​ທາງ​ອາຍາ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ແລະ​ທູດ​​ໄທ​ປະຈຳ​​ໂອ​ຕລິ​ສ,ສະ​ໂລ​ວັກ​ແລະ​ສະ​ໂລ​ເວ​ນີ.​
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ