ສິງກະ​​ໂປ​ເປີດ​ເຜີຍ​ນະ​ໂຍ​ບາຍ​ພັດທະນາ​ເສດຖະກິດ​ໃນ 10 ປີ​ຕໍ່ໜ້າ
2017-02-10 21:12:32  cri 
ຕາມ​ຂ່າວສານ​ຊິນ​ຮວາ:ຄະນະ​ກຳມະການ​ເສດຖະກິດ​ໃນ​ອະນາຄົດ​ທີ່​ນຳ​ໂດຍ​ທ່ານ​ເຮັງ ສະ​ວີ ກຽດ ລັດຖະມົນຕີ​ກະຊວງ​ການ​ເງິນສິງ​ກະ​ໂປ​ໄດ້​ເປີ​ດ​ເຜີຍ​ບົດ​ລາຍ​ງານ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 9 ກຸມພາ​ນີ້​ໂດຍ​ໄດ້​ສະ​ເໜີ​ນະ​ໂຍ​ບາຍ​ພັດທະນາ​ເສດຖະກິດຂອງ​ປະ​ເທດ​ຕົນ​ໃນ 10 ປີ​ຕໍ່ໜ້າ​​ແລະ​ຫວັງວ່າ​ 3 ​ແນວ​ທາງ​ໃຫຍ່​ແລະ 7 ​ນະ​ໂຍ​ບາຍນັ້ນ, ປະ​ເທດ​ຕົນ​ຈະ​ບັນ​ລຸ​ການ​ເຕີບ​ໂຕ​ທາງ​ເສດຖະກິດ​ແຕ່ 2-3%ຕໍ່ປີ.

ຄະນະກຳມະການດັ່ງກ່າວເຫັນວ່າ,ປະເທດຕົນໄດ້ເປັນກຸ່ມເສດຖະກິດທີ່ສົມບູນແລ້ວ ບວກ​​ໃສ່ຂົງ​ເຂດ​ເສດຖະກິດ,ການ​ເມືອງ,ວິທະຍາສາດ​ເຕັກ​​ໂນ​ໂລ​ຊີ​ແລະ​ອື່ນໆ​ຂອງ​ໂລກ​​ໃນ​ປັດຈຸບັນໄດ້​ເກີດ​​ການ​ປ່ຽນ​ແປງ​ຢ່າງ​ໃຫຍ່​ຫຼວງ,ປະ​ເທດ​ຕົນ​ຈຶ່ງ​ຍາກ​ທີ່​ຈະ​ບັນລຸ​ການ​ເຕີບ​ໂຕ​​ໃນ​ລະດັບ​ແຕ່ 5-6%ຕໍ່​ປີ​ຄື​ດັ່ງ​ເມື່ອ​ກ່ອນ.

ຄະນະ​ກຳມະການ​ດັ່ງກ່າວ​ໄດ້​ສ້າງ​ຕັ້ງ​ຂຶ້ນ​ເມື່ອ​ເດືອນມັງກອນ​ປີ 2016,ແລະບົດ​ລາຍ​ງານ​ດັ່ງກ່າວ​ໄດ້ຂໍ​ຄວາມ​ເຫັນ​ຈາກ​ບຸກຄົນ​ວົງ​ການ​ຕ່າງໆ​ເປັນ​ຕົ້ນ​ສະມາຄົມ​ການ​ຄ້າ,ອົງການ​ຈັດ​ຕັ້ງ​ສັງຄົມ,ກຳມະບານ​ແລະວິ​ສາ​ຫະກິດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ