ໝາກ​ໄມ້​ໄທ,ຫວຽດນາມ​ແລະ​ມຽນມາ​ຂາຍ​ດີ​ຢູ່​ແຂວງ​ຢຸນນານ
2017-02-10 21:15:53  cri 
ຕາມ​ຂ່າວສານ​ຈີນ:ພະ​ແນ​ກກວດກາ​ຄຸນ​ນະພາ​ບ​ແລະ​ກັກກັນ​ພະຍາດ​ດ່ານ​ເຂົ້າ​ອອກ​ເມືອງ​ແຂວງ​ຢຸນນານ​ຈີນ​ເປີດ​ເຜີຍ​ໃຫ້​ຮູ້​ວ່າ,ປັດຈຸບັນ,ປະ​ເທດ​ອ້ອມ​ຂ້າງ​ແຂວງ​ຢຸນນານ​ໄດ້​ມີ​ໝາກ​ໄມ້ 20 ກວ່າ​ຊະນິດທີ່ໄດ້​ຮັບ​​ໃບອະນຸຍາດ​ເຂົ້າ​ຕະຫຼາດຈາກ​ພາກສ່ວນກວດກາ​ຄຸນ​ນະພາ​ບ​ແລະ​ກັກ​ກັນ​ພະຍາດຂອງ​ຈີນ​​ໂດຍໝາກ​ໄມ້​ໄທ​​ໄດ້​ຮັບ​ໃບ​ອະນຸຍາດ​ເຂົ້າ​ຕະຫຼາດ​​ຫຼາຍກວ່າ​ໝູ່,ຄື​ມີ 22 ຊະນິດ,ຂະນະ​ທີ່​ຫວຽດນາມ​ແລະ​ມຽນມາ​ມີ 8 ຊະນິດ.

​ພະ​ແນ​ກກວດກາ​ຄຸນ​ນະພາ​ບ​ແລະກັກ​ກັນ​ພະຍາດ​ແຂວງ​ຢຸນນານ​ໃຫ້​ຮູ້​ວ່າ,​ປີ 2016,ໝາກ​ໄມ້​ໄທ,ຫວຽດນາມ​ແລະ​ມຽນມາ​ໄດ້​ຜ່ານ​ການ​ກວດກາ​ມີ 3187 ຊຸດ, 2 ​ແສນ 15000 ​ໂຕນ​ເຊິ່ງມີ​ມູນ​ຄ່າ​ທັງ​ໝົດ 160 ລ້ານ​ໂດ​ລາ​ສະຫະລັດ.

ທ່ານ​ເສີນ​ຢຸນຢົງ ຮອງ​ຫົວໜ້າ​ພະ​ແນ​ກດັ່ງກ່າວ​​ໃຫ້ຮູ້​ວ່າ, "​ໃນ​ຕໍ່ໜ້າ,ໝາກ​​ໂມ​ແລະ​ໝາກກ້ວຍ​ຂອງ​ປະ​ເທດ​ລາວ​ກໍ​ຈະ​​ເຂົ້າ​ສູ່ຕະຫຼາດ​ແຂ​ວງຢຸນນານ​ເຊິ່ງ​ປັດຈຸບັນ,ພວມ​ກັກ​ກັນພະຍາດໝາກ​ໄມ້​ສອງ​ຊະນິດ​ດັ່ງກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ