ລັດຖະບານ​ໄທ​ຮຽກ​ຮ້ອງ​ໃຫ້ "​ເກີດ​ລູກ​ກູ້​ຊາດ" ຫຼັງ​ອັດຕາ​ເກີດ​ລູກ​ຫຼຸດ​ລົງ
2017-02-10 10:09:00  cri 
ຕາມ​ຂ່າວສານ​ຈີນ: ​ໃນ​ໂອກາດວັນ​ວາ​ເລນທາຍ​ທີ່​​ໃກ້​ຈະ​ມາ​ເຖິງ, ກະຊວງ​ສາທາລະນະ​ສຸກ​ໄທ​ໄດ້​ຮຽກຮ້ອງ​ໃຫ້ "​ເກີດ​ລູກ​ກູ້​ຊາດ", ​ໂດຍສົ່ງ​ເສີມ​ໃຫ້​ຊາວ​ໜຸ່ມ​ຍິງ​ຊາຍ​ທີ່​ມີ​ອາຍຸ​ເໝາະ​ສົມ​ແຕ່ງດອງ​ຄວນ​ແຕ່ງດອງ​ ​ແລະ​ມີລູກ​​ໂດຍ​ໄວ.

​ໃນຫຼາຍ​ປີ​ຜ່ານມາ​, ອັດຕາ​ເກີດ​ລູກ​ຢູ່ໄທ​ໄດ້​ຫຼຸດ​ລົງຕໍ່​ເນື່ອງ, ຄືຈາກ 2,7% ​ໃນ​ປີ 1970 ຫຼຸດ​ລົງ​​ເຖິງ 0,4% ​ໃນ​ປີ 2015. ຈາກ​ນີ້, ​ເຈົ້າ​ໜ້າ​ທີ່ກະຊວງ​ສາທາລະ​ນະ​ສຸກ​ໄທ​ກ່າວ​ວ່າ, ຖ້າ​ບໍ່​ມີ​ການ​ກະທຳ​ຕົວ​ຈິງ, ອັດຕາ​ເກີດ​ລູກ​ຢູ່​ໃນ​ປະ​ເທດ​ຕົນອາດ​ຈະ​ຫຼຸດ​ລົງ​ຮອ​ດ​ເລກ​ສູນ​ພາຍ​ໃນ​ເວລາ 10 ປີ.

ນັບ​ແຕ່​ປີ 2010 ​ເປັນ​ຕົ້ນ​ມາ, ອັດຕາ​​ເຕີບ​ໂຕຂອງ​ປະຊາກອນ​​ໄທ​ຢູ່​ອັນ​ດັບ​ສຸດ​ທ້າຍ​ໃນ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້. ​ແນວ​ໃດ​ກໍ​ດີ, ​ເພື່ອ​ສົ່ງ​ເສີມ​ການ​ເກີດ​ລູກ, ລັດຖະບານ​ໄທ​ໄດ້​ວາງ​ນະ​ໂຍບາຍ​ຕ່າງໆ ​ເຊັ່ນ: ສົ່ງ​ເສີມ​​ຄູ່​ຜົວ​ເມຍ​ໃຫ້​ເກີດ​ລູກ​ຫຼາຍ​ຄົນ, ​ໃຫ້​ສິດ​ພິ​ເສດ​ໃດ້ານ​ພາສີ​ອາກອນ, ​ເພີ່ມສະຫວັດດີ​ການ​ກ່ຽວ​ກັບ​ລູກ ​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ