ເລຂາທິການ​​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ຈະ​ຢ້ຽມຢາມ​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ
2017-02-10 15:00:36  cri 
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 9 ກຸມພາ​ນີ້, ຫ້ອງການ​ໂຄສົກ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​​ເປີດ​ເຜີຍ​ວ່າ, ມື້​ດຽວ​ກັນ, ທ່ານ​ອັນ​ໂທ​ນີ​ໂອ ກູ​ເທີ​ເຣສ໌ ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ເດີນທາງ​ໄປ​​ເຖິງຕວກກີ, ຫຼັງ​ຈາກ​ນັ້ນ, ທ່ານ​ຍັງ​ຈະ​ໄປ​ຢ້ຽມຢາມ​ຫຼາຍ​ປະ​ເທດ​ຢູ່​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ.

ນີ້​​ແມ່ນ​ທ່ານ​ອັນ​ໂທ​ນີ​ໂອ ກູ​ເທີ​ເຣສ໌ ​ໄປ​ຢ້ຽມຢາມ​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ​ເປັນ​ຄັ້ງ​ທຳ​ອິດ​ ພາຍຫຼັງ​ທ່ານ​ດຳລົງ​ຕຳ​ແໜ່​ງ​ເລຂາທິການ​ໃຫຍ່ອົງການ​ສະຫະ​ປະຊາ​ຊາດ​ເປັນ​ຕົ້ນ​ມາ. ຄາດ​ວ່າ ຈະ​ເຮັດ​ແນ​​ວ​ໃດ​ເພື່ອ​ຊຸກ​ຍູ້​ການ​ແກ້​ໄຂ​ບັນຫາ​ຊີຣີ ​ແລະ​ການ​ປະ​ທະ​ກັນ​ອື່ນໆ​ຂອງ​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ ຈະ​ແມ່ນ​ວຽກ​ງານ​ຈຸດ​ໜັກ​ໃນ​ການ​ຢ້ຽມຢາ​ມຄັ້ງ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ