ອິນ​ໂດ​ເນ​ເຊຍ​​​ເປັນ​ຕະຫຼາດ​ລົດຍົນ​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​ອາ​ຊຽນ 3 ປີ​ຊ້ອນ
2017-02-10 16:50:56  cri 
ຕາມ​ຂ່າວສານ​ຊິນ​ຮວາ: ​ສະມາຄົມ​ອຸດສາຫະກຳ​ລົດຍົນ​ອິນ​ໂດ​ເນ​ເຊຍ​​ໄດ້ເປີດ​ເຜີຍ​ໃນ​ວັນ​ທີ 9 ກຸມພາ​ນີ້​ວ່າ, ປີ 2016, ອິນ​ໂດ​ເນ​ເຊຍ​ໄດ້​ຈຳ​ໜ່າຍ​ລົດ​ໃໝ່ 1 ລ້ານ 6 ໝື່ນ​ຄັນ ​ເພີ່ມ​ຂຶ້ນ​ 5% ທຽບ​ໃສ່​ປີກ່ອນ ​ແລະໄດ້​​ເປັນ​ຕະຫຼາດ​ລົດຍົນ​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​ອາ​ຊຽນ 3 ປີ​ຊ້ອນ.

ທ່ານ​ໂຈ​ນັນ​ເນສ໌ ນັນ​ກອຍ ປະທານ​ສະມາຄົມ​ອຸດສາຫະກຳ​ລົດຍົນ​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ, ​ເນື່ອງ​ຈາກປີ​ນີ້, ​ເສດ​ຖະກິດ​ອິນ​ໂດ​ເນ​ເຊຍ​ຈະ​ດີກ​ວ່າ​ປີ​ກ່ອນ, ຈະ​ເຮັດ​ໃຫ້​ຈຳໜ່າຍ​ລົດຍົນ​ເພີ່ມ​ຂຶ້ນ ​ໂດຍຄາດ​ວ່າ ລວມຍອດ​ຈຳໜ່າຍ​ລົດ​ໃໝ່​ໃນ​ປີ 2017 ຈະ​ເພີ່ມ​ຂຶ້ນ​​ເຖິງ 1 ລ້ານ 1 ​ແສນ​ຄັນ.

ນອກຈາກ​ນີ້, ສະພາ​ມົນຕີ​ລົດຍົນ​ອາ​ຊຽນກໍ​ໄດ້​ເປີດ​ເຜີຍ​ວ່າ, ປີ 2016, ລວມຍອດ​ຈຳນວນ​ຈຳໜ່າຍ​ລົດ​ໃໝ່​ຂອງ​ອາ​ຊຽນ​ບັນລຸ​ເຖິງ 3 ລ້ານ 1 ​ແສນ 6 ໝື່ນ​ຄັນ, ​ເພີ່ມ​ຂຶ້ນ3%​ ​ປີ​ກ່ອນ ​ໂດຍ​ໄທ ​ແລະ​ມາ​ເລ​ເຊຍ​ຢູ່​ອັນ​ດັບ​ສອງ ​ແລະ​ສາມ​ໃນ​ຕະຫຼາດ​ລົດຍົນ​ອາ​ຊຽນ, ​ເຊິ່ງ​ໄທ​ມີ 8 ​ແສນ​ຄັນ ​ແລະ ມາ​ເລ​ເຊຍ 6 ​ແສນ 6 ໝື່ນ 7 ພັນ​ຄັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ