ທ່ານ​ທຣຳຢືນຢັນ​ວ່າການ​ສົນທະນາ​ທາງ​ໂທລະສັບ​ກັບ​ທ່ານ​ສີ​ຈິ້ນ​ຜິ​ງ​​​ເປັນ​ຢ່າງດີແລະ​ມີ​ຄວາມກະຕືລື​ລົ້ນຫຼາຍ
2017-02-11 14:42:57  cri 
ທ່ານ​ໂດ​ນັນ ທຣຳ ປະທານາທິບໍ​ດີ​ອາ​ເມ​ລິ​ກາ​ຢືນຢັນ​ໃນ​ວັນ​ທີ 10 ກຸມພາ​ນີ້​ວ່າ ຕົນ​ໄດ້​ສົນ​ທະ​ນາ​ທາງ​ໂທລະສັບ​ກັບ​ທ່ານ​ສີ​ຈິ້ນຜິ​ງ ປະທານ​ປະ​ເທດ​ຈີນ​ເປັນ​ຢ່າງ​ດີ​ແລະ​ມີ​ຄວາມ​ກະຕືລື​ລົ້ນ​ຫຼາຍ​ໃນ​ວັນ​ທີ 9 ກຸມພາ​ນີ້ ​ທັງ​ກ່າວ​ວ່າ ​ອາ​ເມ​ລິ​ກາ-ຈີນຢູ່ຮ່ວມກັນດ້ວຍໄມຕີຈິດມິດຕະພາບຈະເປັນປະໂຫຍດຕໍ່ບັນດາປະເທດອາຊີປາຊີຟິກ.

ໂອກາດ​ຮ່ວມ​ກັບ​ທ່ານ​ຊິນ​ໂຈ ອາ​ເບະ ນາຍົກລັດຖະມົນຕີຍີ່ປຸ່ນ​ຖະ​ແຫຼ​ງຂ່າວ​ຕໍ່​ສື່​ມວນ​ຊົນຢູ່​ທຳນຽບຂາວ, ທ່ານ​ທຣຳຢືນຢັນ​ວ່າ ຕົນ​ໄດ້ສົນທະນາ​ກັບ​ທ່ານ​ສີ​ຈິ້ນ​ຜິ​ງ​ເປັນ​ຢ່າງ​ດີ​ທີ່​ສຸດ​ແລະ​ມີ​ຄວາມ​ກະຕືລື​ລົ້ນ​ຫຼາຍ​ທີ່​ສຸດ ​ໂດຍ​ສອງ​ຝ່າຍ​ໄດ້​ປຶກສາ​ຫາລື​ຫຼາຍ​ບັນຫາ​ໃນ​ການ​ສົນທະນາ​ທາງ​ໂທລະສັບ​ເປັນ​ເວລາ​ດົນ​ເທື່ອ​ນີ້.

ທ່ານ​ທຣຳຍັງ​ກ່າວ​ຕື່ມ​ວ່າ: ອາ​ເມ​ລິ​ກາ-ຈີນ​ກຳລັງ​ຢູ່​ໃນ​ໄລຍະ​ຢູ່​ຮ່ວມ​ກັນ​ດ້ວຍ​ໄມຕີ​ຈິດ​ມິດຕະພາບ, ອາ​ເມ​ລິ​ກາ​​ແລະ​ຜູ້ຕາງໜ້າ​ຈີນ​ຫຼາຍ​ທ່ານ​ໄດ້​ພົບ​ປະ​ເຈລະຈາ​ກ່ຽວ​ກັບ​ຫຼາຍ​ບັນຫາ. ​ເມື່ອ​ສອງ​ປະ​ເທດ​ເສີມ​ຂະຫຍາຍ​ມິດຕະພາບ​ໃຫ້​ມີ​ປະສິດທິ​ຜົນ​ແລ້ວ​ກໍ​ຈະ​​ເປັນ​ປະ​ໂຫຍ​ດຕໍ່​ທັງ​ຈີນ,ຍີ່ປຸ່ນ,ອາ​ເມ​ລິ​ກາ​ແລະ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ອາຊີ​ປາຊີ​ຟິກ.

ທຳນຽບຂາວ​ອາ​ເມ​ລິ​ກາ​ອອກ​ຖະ​ແຫຼ​ງການ​ໃນ​ວັນ​ທີ 9 ກຸມພາ​ນີ້​ວ່າ: ຄືນ​ວັນ​ດັ່ງກ່າວ, ທ່ານ​ທຣຳ​ໄດ້​ສົນທະນາ​ທາງ​ໂທລະສັບ​ກັບ​ທ່ານ​ສີ​ຈິ້ນ​ຜິ​ງດ້ວຍ​ຄວາມ​ຈິງ​ໃຈ​ທີ່​ສຸດ​ເປັນ​ເວລາດົນ​ນານ​ໂດຍ​ໄດ້​ປຶກສາ​ຫາລື​ຫຼາຍ​ບັນຫາ ​ເຊິ່ງທ່ານ​ທຣຳ​ເຫັນ​ດີ​ເຄົາລົບ​​ແລະ​ປະຕິບັດ​ນະ​ໂຍບາຍ ປະ​ເທດ​ຈີນ​ດຽວ ຂະນະ​ທີ່​ຜູ້ຕາງໜ້າ​ສອງ​ປະ​ເທດ​ຈະ​ປຶກສາ​ຫາລື​ແລະ​ເຈລະຈາ​ກັນ​ກ່ຽວ​ກັບ​ຫຼາຍ​ບັນ​ຫາ​ທີ່​ກ່ຽວ​ພັນ​ເຖິງ​ຜົນ​ປະ​ໂຫຍດຮ່ວມ​ຂອງ​ສອງ​ຝ່າຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ