ຕວກກີ​ແລະ​ສປຊຫວັງ​ວ່າການ​ເຈລະຈາ​​ຄວາມ​ເປັນເອກະ​ພາບ​ໄຊ​ປຣັດຈະ​ໄດ້​ຮັບ​ຄວາມ​ຄືບ​ໜ້າ
2017-02-11 16:16:02  cri 
ທ່ານບິ​ນາລິ​ມ ​ເຢວດີຣິມ ປະທານາທິບໍດີ​ຕວກກີ​ແລະ​ທ່ານ​ອັນ​ໂຕ​ນິ​ໂອ ກູ​ເຕີ​ເຣັສ ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ພົບ​ປະ​ເຈລະຈາ​ກັນ​ຢູ່​ເມືອງ​ອິສຕານ​ບູນປະ​ເທດ​ຕວກກີ​ໃນ​ວັນ​ທີ 10 ກຸມພາ​ນີ້​ໂດຍ​ສອງ​ຝ່າຍມີ​ຄວາມ​ຫວັງ​ຢ່າງ​ເຕັມ​ປ່ຽມ​ຕໍ່ການ​ເຈລະຈາ​ເອກະ​ພາບ​ຂອງ​​ໄຊ​ປຣັດຈະ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃນ​ໄລຍະ​ນີ້.

ທ່ານ​ກູ​ເຕີ​ເຣັສຢືນຢັນ​ໃນ​ພິທີ​ຖະ​ແຫຼ​ງຂ່າວ​ຫຼັງ​ພົບ​ປະ​ເຈລະຈາ​ວ່າ: ​ຄວາມ​ພະຍາຍາມ​ຂອງ​ປະ​ເທດ​ຮັບປະກັນໄຊ​ປຣັດຄື​ຕວກກີ,​ເກຣັກ​ແລະ​ອັງກິດ​ໄດ້​ສ້າງ​ພື້ນຖານ​ໃຫ້​ແກ່​ການ​ເຈລະຈາຄວາມ​ເປັນ​ເອກະ​ພາບ​ຂອງ​ໄຊ​ປຣັດ​​ໄດ້​ຮັບ​ຄວາມ​ຄືບ​ໜ້າໃນ​ໄຍລະ​ບໍ່​ດົນ​ຂ້າງ​ໜ້າ​ນີ້ ​ເຊິ່ງຄວາມ​ຄືບ​ໜ້າ​ແນວ​ນີ້​ຈະ​ເຄົາລົບ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ເຜົ່າ​ຕວກກີ​ຢູ່​ໄຊ​ປຣັດ​ໃນ​ບັນຫາ​ຄວາມ​ໝັ້ນຄົງ​ຢ່າງ​ເຕັມ​ທີ່ ທັງ​​​ເອົາ​ໃຈ​ໃສ່​ຄວາມ​ເປັນ​ຫ່ວງ​ຂອງ​ເຜົ່າ​ເກຣັກ.

ທ່ານ​ກູ​ເຕີ​ເຣັສຍັງ​ກ່າວ​ຕື່ມ​ວ່າ ປັດຈຸບັນ,ຜູ້ນຳ​ເຜົ່າ​ເກຣັກ​ແລະ​ເຜົ່າ​ຕວກກີ​ຂອງ​ໄຊ​ປຣັດ​ໄດ້​ພົບ​ປະກັນ​ທຸກ​ອາທິດ ​ແລະ​ກຳລັງ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃນ​ບັນຫາ​ທີ່​ຕ້ອງ​ການ​ແກ້​ໄຂ. ​ແນວ​ໃດ​ກໍ​ດີ, ອົງການ​ສະຫະ​ປະຊາ​ຊາດ​ຈະ​ປະສານ​ສົມທົບ​ກັບ​ສອງ​ເຜົ່າ​ດັ່ງກ່າວ​ຂອງ​ໄຊ​ປຣັດ​ແລະ​ສາມ​ປະ​ເທດ​ຮັບປະກັນ​ຢ່າງ​ເຕັມ​ສ່ວນ​ເພື່ອ​ຊອກ​ວິທີ​ແກ້​ໄຂ​ບັນຫາ​ທີ່​ທຸກ​ຝ່າຍ​ຍອມຮັບ​ໄດ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ