ການພັດທະນາ​ລົດ​​ໃຊ້​ພະລັງງານ​ໃໝ່​ຂອງ​ຈີນ​ຢູ່​ໃນ​ແຖວ​ໜ້າ​ຂອງ​ໂລກ
2017-02-11 16:24:22  cri 
ສະມາຄົມ​ອຸດສາຫະກຳ​ລົດຍົນ​ຈີນ​ເປີ​ດ​ເຜີຍ​ໃຫ້​ຮູ້​ໃນ​ວັນ​ທີ 9 ກຸ​ມພາ​ນີ້​ວ່າ: ປີ 2016 ຜ່ານ​ມາ, ຈີນ​ສືບ​ຕໍ່​ຄອງ​ຖານະຕະຫຼາດ​ລົດ​ໃຊ້​ພະລັງງານ​ໃໝ່ອັນ​ດັບ 1 ໃນ​ໂລກ ​ໂດຍ​ລວມຍອດ​ຈຳໜ່າຍ​ລົດ​ໃຊ້​ພະລັງງານ​ໃໝ່​ບັນລຸຫຼາຍ​ກວ່າ 5 ​ແສນ​ຄັນ ເພີ່ມຂຶ້ນຫຼາຍ​ກວ່າ 50% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2015, ຂະນະ​ທີ່​ການຈຳໜ່າຍ​ລົດ​ໃຊ້​ພະລັງງານ​ໃໝ່​ໄດ້​ກວມ​ລວມຍອດ​ຈຳໜ່າຍ​ລົດຍົນ​ເຖິງ 1,8% ​ແລະ​ມີ​ເກືອບ 1 ລ້ານ​ຄັນ ​ແລະ​ລວມຍອດ​ຈຳໜ່າຍ​ລົດ​ໃຊ້​ພະລັງງານ​ໃໝ່​ຕໍ່​ປີຂອງ​ຈີນກວມ​ຫຼາຍ​ກວ່າ 40%ຂອງ​ໂລກ, ລວມຍອດ​ປະລິມາ​ນລົດ​ໃຊ້​ພະລັງງານ​​ໃໝ່ຂອງ​ຈີນ​ກໍ​ຢູ່​ໃນ​ລະດັບ​ນຳ​ໜ້າ​ຂອງ​ໂລກ​ເຊັ່ນ​ກັນ.ພ້ອມ​ດຽວ​ກັນ​ນັ້ນ, ​ມາ​ຮອດ​ເດືອນ​ທັນວາ​ປີ 2016 ຜ່ານ​ມາ, ທົ່ວ​ປະ​ເທດ​ຈີນ​ມີ​​ເສົາ​ສາກ​ໄຟສາທາລະນະເກືອບ 1​ ​ແສນ 5 ໝື່ນ​​​ອັນ, ​ເພີ່ມ​ຂຶ້ນຫຼາຍ​ກວ່າ 2 ​ເທົ່າ​ເມື່ອ​ທຽບ​ໃສ່ 4 ໝື່ນ 5 ພັນອັນເມື່ອ​ປີ 2015, ຈາກ​ນີ້ ຈີນ​ໄດ້​ກາຍ​ເປັນ​ປະ​ເທດ​ທີ່ພັດທະນາ​ພື້ນຖານ​ໂຄງ​ລ່າງ​ສາກ​ໄຟ​ຢ່າງ​ວ່ອງ​ໄວ​ທີ່​ສຸດ ​ແລະ​ຈີນ​ຍັງ​ເປັນ​ປະ​ເທດຜະລິດ​​ແບັດ​ເຕີຣີແມ່​ແຮງ​ລົດຫຼາຍ​ອັນ​ດັບ​ໜຶ່ງ​ໃນ​ໂລກ​ປັດຈຸບັນ​ ຄືຄອງ​ຕະຫຼາດ​ໂລກ​ປະມານ 50%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ