ທ່ານໂດນັນ ທຣຳ ປະທານາທິບໍດີອາເມລິກາຢືນຢັນໃນວັນທີ 10 ກຸມພານີ້ວ່າ ຕົນໄດ້ສົນທະນາທາງໂທລະສັບກັບທ່ານສີຈິ້ນຜິງ ປະທານປະເທດຈີນເປັນຢ່າງດີແລະມີຄວາມກະຕືລືລົ້ນຫຼາຍໃນວັນທີ 9 ກຸມພານີ້ ທັງກ່າວວ່າ ອາເມລິກາ-ຈີນຢູ່ຮ່ວມກັນດ້ວຍໄມຕີຈິດມິດຕະພາບຈະເປັນປະໂຫຍດຕໍ່ບັນດາປະເທດອາຊີປາຊີຟິກ.
ໂອກາດຮ່ວມກັບທ່ານຊິນໂຈ ອາເບະ ນາຍົກລັດຖະມົນຕີຍີ່ປຸ່ນຖະແຫຼງຂ່າວຕໍ່ສື່ມວນຊົນຢູ່ທຳນຽບຂາວ, ທ່ານທຣຳຢືນຢັນວ່າ ຕົນໄດ້ສົນທະນາກັບທ່ານສີຈິ້ນຜິງເປັນຢ່າງດີທີ່ສຸດແລະມີຄວາມກະຕືລືລົ້ນຫຼາຍທີ່ສຸດ ໂດຍສອງຝ່າຍໄດ້ປຶກສາຫາລືຫຼາຍບັນຫາໃນການສົນທະນາທາງໂທລະສັບເປັນເວລາດົນເທື່ອນີ້.
ທ່ານທຣຳຍັງກ່າວຕື່ມວ່າ: ອາເມລິກາ-ຈີນກຳລັງຢູ່ໃນໄລຍະຢູ່ຮ່ວມກັນດ້ວຍໄມຕີຈິດມິດຕະພາບ, ອາເມລິກາແລະຜູ້ຕາງໜ້າຈີນຫຼາຍທ່ານໄດ້ພົບປະເຈລະຈາກ່ຽວກັບຫຼາຍບັນຫາ. ເມື່ອສອງປະເທດເສີມຂະຫຍາຍມິດຕະພາບໃຫ້ມີປະສິດທິຜົນແລ້ວກໍຈະເປັນປະໂຫຍດຕໍ່ທັງຈີນ,ຍີ່ປຸ່ນ,ອາເມລິກາແລະບັນດາປະເທດໃນພາກພື້ນອາຊີປາຊີຟິກ.
ທຳນຽບຂາວອາເມລິກາອອກຖະແຫຼງການໃນວັນທີ 9 ກຸມພານີ້ວ່າ: ຄືນວັນດັ່ງກ່າວ, ທ່ານທຣຳໄດ້ສົນທະນາທາງໂທລະສັບກັບທ່ານສີຈິ້ນຜິງດ້ວຍຄວາມຈິງໃຈທີ່ສຸດເປັນເວລາດົນນານໂດຍໄດ້ປຶກສາຫາລືຫຼາຍບັນຫາ ເຊິ່ງທ່ານທຣຳເຫັນດີເຄົາລົບແລະປະຕິບັດນະໂຍບາຍ ປະເທດຈີນດຽວ ຂະນະທີ່ຜູ້ຕາງໜ້າສອງປະເທດຈະປຶກສາຫາລືແລະເຈລະຈາກັນກ່ຽວກັບຫຼາຍບັນຫາທີ່ກ່ຽວພັນເຖິງຜົນປະໂຫຍດຮ່ວມຂອງສອງຝ່າຍ.