ອາ​ເມ​ລິ​ກາ​​ແລະ​ຍີ່ປຸ່ນ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ຈະ​ເພີ່​ມທະວີ​ການ​ພົວພັນ​ທາງຄວາມ​ໝັ້ນຄົງ​ແລະ​ເສດ​ຖະກິດ​ການ​ຄ້າ
2017-02-11 16:51:29  cri 

ວັນ​ທີ10 ກຸມພາ​ນີ້, ຢູ່​ທຳນຽບຂາວ, ທ່ານ​ໂດນັນ ທຣຳ​ ປະທານາທິບໍດີ​ອາ​ເມ​ລິ​ກາໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານ​ຊິນ​ໂຈ ອາ​ເບ ນາຍົກລັດຖະມົນຕີຍີ່ປຸ່ນທີ່​ໄປ​ຢ້ຽມຢາມ, ​ໂດຍສອງ​ຝ່າຍ​ກ່າ​ວວ່າ​ຈະ​ເພີ່​ມທະວີ​ການ​ພົວພັນພັນທະ​ມິດທາງ​ດ້ານ​ຄວາມ​ໝັ້ນຄົງ​ແລະ​ລົງ​ເລິກ​ການພວພັນ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ຝ່າຍ.

ຜູ້ນຳ​ສອງ​ຝ່າຍ​ໄດ້​ຖະ​ແຫຼ​ງການ​ຮ່ວມຫຼັງ​ການ​ພົບ​ປະວ່າ, ອາ​ເມ​ລິ​ກາຈະໃຊ້ກຳລັງ​ຕົວ​ຈິງ​ການ​ທະຫານ​ທັງ​ໝົດ​ເຊິ່ງລວມທັງ​ອາວຸດ​​ແຜນທຳ​ມະ​ດາ​ແລະ​ອາວຸດ​ນິວ​ເຄຼຍ​ເພື່ອປົກ​ປັກ​ຮັກສາ​ຍີ່ປຸ່ນ​ແລະຄຳໝັ້ນສັນຍານີ້ " ຈະ​ຫວັ່ນ​ໄຫວ​ຄອນແຄນບໍ່ໄດ້" .ຍ້ອນວ່າອາເມລິກາໄດ້ຖອນຈາກສັນຍາການພົວພັນໝູ່ຄູ່ຂ້າມ​ປາຊີ​ຟິກຫຼື​ TPP , ສອງ​ປະ​ເທດ​ຈະ​ເປິກສາຫາລື " ການຊອກ​ຫາ​ຊ່ອງ​ທາງ​ດີ​ທີ່​ສຸດ​​ເພື່ອບັນລຸ​ເປົ້າ​ໝາຍ​ເຫຼົ່າ​ນີ້ "ພາຍ​ໃຕ້​ຂອບ​ສອງ​ຝ່າຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ