ແຜ່ນດິນ​ໄຫວ​ພາກ​ໃຕ້​ຟີ​ລິ​ບປິນ​ໄດ້​ເຮັດ​ໃຫ້ 15 ຄົນ​ເສຍ​ຊີວິດ
2017-02-11 16:58:08  cri 

ມາ​ຮອດ​ເວລາ 10 ​ໂມງ​ວັນ​ທີ 11 ກຸມພານີ້, ​ແຜ່ນດິນ​ໄຫ​ວ​​ເກີດ​ຂຶ້ນ​ຢູ່ເກາະ​ມິນ​ດາ​ນາວ ພາກ​ໃຕ້​ຟີ​ລິບ​ປິນ​ໄດ້​ເຮັດ​ໃຫ້ 15 ຄົນ​ເສຍ​ຊີວິດ​ແລະ 9​0 ກວ່າ​ຄົນ​ບາດ​ເຈັບ.

ອີງ​ຕາມ​ຂ່າວ​ຂອງສະ​ຖາ​ບັນ​ຄົ້ນຄວ້າ​ພູ​ເຂົາ​ໄຟ​ແລະ​ແຜ່ນດິນ​ໄຫວຂອງ​ຟີ​ລິບ​ປິນດ, ປັດຈຸບັນ​ໄດ້​​ເກີດ​ແຮງ​ສັນສະ​ເທື່ອ​ຕາ​ມມາ 89 ​ເທື່ອ. ​​ເມືອງ​ຊູ​ບູ, ດາ​ວາວ​ຢູ່​ພາກ​ໃຕ້ພາກ​ກາງຂອງ​ຟີ​ລິ​ບປິນລ້ວນ​ແຕ່​ມີ​ຄວາມ​ຮູ້ສຶກຕໍ່​ແຜ່ນດິນ​ໄຫວຄັ້ງ​ນີ້.

ຕອນ​ຄ່ຳ​ວັນ​ທີ 10 ກຸມພາ​ນີ້, ພາກ​ໃຕ້​ຂອງ​ຟີ​ລິບ​ປິນ​ໄດ້​ເກີດ​ແຜ່ນດິນ​ໄຫວ​ແຮງ 6,7 ລິກ​ເທີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ