ນັກ​ທ່ອງ​ທ່ຽວ​ຈີນ​ທີ່​ໄດ້​ຮັບ​ກອບ​ກູ້​ໃນ​ເຫດການ​ກ່ຳ​ປັ່ນ​ຫຼົ້ມ​ລັດ​ຊາ​ບາ​ມາ​ເລ​ເຊຍ​ໄດ້​ອອກ​ໂຮງໝໍ​ໝົດ​ແລ້ວ
2017-02-12 15:36:47  cri 

ວັນ​ທີ 11 ກຸມພາ​ນີ້, ກົງ​ສູນ​ໃຫຍ່​ຈີນ​ປະຈຳກາ​ໂຕ ກິ​ນາ​ບາ​ລູຂອງ​ມາ​ເລ​ເຊຍ​ເ​ປີດ​ເຜີຍ​ວ່າ, ຄຽງ​ຄູ່​ກັບ 4 ຄົນ​ສຸດ​ທ້າຍ​ໄດ້​ສິ້ນ​ສຸດ​ການ​ປິ່ນປົວ​ຢູ່​ໂຮງໝໍ​ພະ​ລາ​ຊີ​ນີອີ​ລິ​ຊາ​ເບັດ​ໂກ​ຕາ ກິ​ນາ​ບາ​ລູ​ແລ້ວ, ນັກ​ທ່ອງ​ທ່ຽວ​ຈີນ 20 ຄົນ​ທີ່​ໄດ້​ຮັບ​ກອບ​ກູ້ໃນ​ເຫດການ​ກ່ຳ​ປັ່ນ​ຫຼົ້ມ​ລັດ​ຊາ​ບາ​ມາ​ເລ​ເຊຍ​ໄດ້​ອອກ​ໂຮງໝໍ​ໝົດ​ແລ້ວ.

ວັນ​ທີ 28 ມັງກອນ​ຜ່ານ​ມາ, ກ່ຳ​ປັ່ນ​ທ່ອງ​ທ່ຽວ​ທີ່​ໄດ້​ບັນຈຸ​ນັກ​ທ່ອງ​ທ່ຽວຈີນ 28 ຄົນ ​ແລະ​ລູກ​ເຮື​ອ 3 ຄົນ​ໄດ້​ຫຼົ້ມ​ຢູ່​ເຂດ​ທະ​ເລ​ໃກ້​ກັບ​ລັດ​ຊາ​ບາ​, ໃນນັ້ນ, ມີນັກທ່ອງທ່ຽວ 20 ຄົນ ແລະລູກເຮືອ 2 ຄົນໄດ້ຮັບກອບກູ້, ປັດຈຸບັນ, ໄດ້ຢືນຢັນວ່າ ມີນັກທ່ອງທ່ຽວ 4 ຄົນເສຍຊີວິດ, ຍັງມີນັກທ່ອງທ່ຽວ 4 ຄົນ ແລະລູກເຮືອ 1 ຄົນຫາຍສາບສູນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ