ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ແລະ​ປະທານາທິບໍດີ​ຕວກກີ​ປຶກສາ​ບັນຫາ​ຊີຣີ​ແລະ​ບັນຫາ​ອີຣັກ
2017-02-12 15:37:34  cri 
ວັນ​ທີ 11 ກຸມພາ​ນີ້, ຢູ່​ນະຄອນຫຼວງ​ອິສຕານ​ບູນ, ທ່ານ​ອັນ​ໂທ​ນີ​ໂອ ກູ​ເທີ​ເຣສ໌ ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ທີ່​ພວມ​ຢ້ຽມຢາມ​ຕວກກີ​ໄດ້​ປຶກສາ​ສະຖານະ​ການ​ຊີຣີ​ແລະ​ອີຣັກກັບ​ທ່ານຣີ​ເຊບ ​ໄຕ​ຢິບ ​ເອ​ໂດ​ກັນ, ​ໂດຍ​ກ່າວ​ເນັ້ນ​ວ່າ, ຖ້າ​ບໍ່ໃຊ້​ວິຖີ​ທາງ​ການ​ເມືອງ​ແກ້​ໄຂ​ບັນຫາ​ຊີຣີ​ແລ້ວ, ການ​ເຄື່ອນ​ໄຫວ​ຕໍ່ຕ້ານ​ລັດທິ​ກໍ່​ການ​ຮ້າຍ​ຢູ່​ຊີຣີຈະ​ສຳ​ເລັດ​ຜົນ​ໄດ້​ຍາກ.

​ເມື່ອງ​ເວົ້າ​ເຖິງ​ສະຖານະ​ການ​ອີຣັກ, ທ່ານ​ກູ​ເທີ​ເຣສ໌ກ່າວ​ເນັ້ນ​ວ່າ, ປັດຈຸບັນ, ການ​ເຄື່ອນ​ໄຫວ​ທີ່​ຍາດ​ເອົາ​ຕົວ​ເມືອງ​ໂມ​ຊຸນ​ແລະ​ເມືອງ​ອື່ນໆ​ກັບ​ອົງການ​ຫົວ​ຮຸນ​ແຮງ IS ບໍ່​ຄວນ​ເຮັດ​ໃຫ້​ຄວາມ​ຂັດ​ແຍ່ງ​ລະ​ຫວ່າງ​ນິ​ກາຍ​ສາສະໜາ​ຕ່າງໆ​ພາຍ​ໃນ​ແດນ​ອີຣັກດຸ​ເດືອດ​ຂຶ້ນ, ຄວນ​ກາຍ​ເປັນ​ສັນຍະລັກ​ປອງ​ດອງ​ຊາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ