ກຸ່ມ​ຄົນ​ສະໜັບສະໜູນ ​ແລະ​ກຸ່ມ​ຄົນ​ຕໍ່ຕ້ານ​ທ່ານ​ນາງ​ປັກ​ຈຸນ​ເຮ​ຕ່າງ​ໄດ້​ຈັດ​ງານ​ຊຸມນຸມ​ປະ​ທ້ວງ
2017-02-12 15:39:10  cri 
ວັນ​ທີ 11 ກຸມພາ​ນີ້, ມວນ​ຊົນ​ສ.​ເກົາຫຼີ​ທີ່​ສະໜັບ​ສະ​ໜູນ ຫຼື​ຕໍ່ຕ້າ​ນຄະດີ​ກ່າວ​ໂທດ​ປະທານາທິບໍດີ​ສ.​​ເກົາຫຼີ​ຕ່າງ​ໄດ້​ຈັດ​ງານ​ຊຸມນຸມ​ປະ​ທ້ວງ, ຝ່າຍ​ໜຶ່ງ​ຮຽກຮ້ອງ​ໃຫ້​ສານ​ລັດຖະທຳ​ມະນູນ​​ແກ້​ໄຂ​ຄະດີ​ກ່າວ​ໂທດ​ປະທານາທິບໍດີ​ໂດຍ​ໄວ, ອີກ​ຝ່າຍ​ໜຶ່ງ​ພັດ​ຮຽກຮ້ອງ​ໃຫ້​ປະຕິ​ເສດ​ອຸທອນ​ຄະດີ​ດັ່ງກ່າວ.

ຕອນ​ຄ່ຳ​ມື້​ດຽວ​ກັນ, ຢູ່​ນະຄອນຫຼວງ​​ເຊ​ອຸ່ນ, ມວນ​ຊົນ​ທີ່​ສະໜັບສະໜູນຄະດີ​ກ່າວ​​ໂທດ​ປະທານາທິບໍດີ​ປັກ​ຈຸນ​ເຮ​ໄດ້​ຈັດ​ງານ​ຊຸມນຸມ​ແສງ​ທຽນ​ຄັ້ງ​ທີ 15, ຮຽກຮ້ອງ​ໃຫ້ສານ​ລັດຖະທຳ​ມະນູນ​ແກ້​ໄຂ​ຄະດີ​ກ່າວ​ໂທດ​ປະທານາທິບໍດີ​ໂດຍ​ໄວ. ມີ​ເກືອບ 7 ​ແສນ​ຄົນ​ໄດ້​ເຂົ້າ​ຮ່ວມ​ງານ​ຊຸມນຸມ, ຄົນ​ທັງຫຼາຍ​ຮຽກຮ້ອງ​ໃຫ້​ສານ​ລັດຖະທຳ​ມະນູນ​ເລັ່ງການ​ແກ້​ໄຂ​ຄະດີ. ງານ​ຊຸມນຸມ​ໄດ້​ກ່າວ​ຕຳ​ນິທ່ານ​ນາງ​ປັກ​ຈຸນ​ເຮ ​ແລະ​ພັກ​ກຳ​ອຳ​ນາດ​ເຈດ​ຈຳນົງ​ແກ່​ຍາວ​ເວລາ​ດຳ​ເນີນ​ຄະດີ, ​ແລະ​ໃສ່​ຮ້າຍ​ປ້າຍ​ສີ​​ແບບ​ລັບ​ລີ້​ຕໍ່ຄະນະ​ໄອ​ຍະ​ການ​ວິ​ສາ​ມັນທີ່​ຮັບຜິດຊອບ​ສຳ​ຫຼວດ​ເຫດການ​ "ຜູ້​ໃກ້ຊິດ​​ເຂົ້າ​ແຊກ​ວຽກ​ງານ​ການ​ເມືອງ".
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ