ກວາງຊີ​ແລະ​ໄຕ້​ຫວັນ​​ໃຊ້​​ໂອກາດ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ລົງ​ເລິກ​ການ​ຮ່ວມ​ມື​ທາງ​ເສດຖະກິດ​ການ​ຄ້າ
2017-02-12 15:39:51  cri 
ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາງຊີ​ເປັນ​ເຂດ​ແຂວງ​ໜຶ່ງ​ດຽວ​ຂອງ​ຈີນ ທີ່​ມີ​ຊາຍ​ແດນ​ທາງບົກ​ແລະ​ທາງ​ທະ​ເລ​ທີ່​ຕິດ​ກັບ​ອາ​ຊຽນ, ກໍ​ແມ່ນ​ໜຶ່ງ​ໃນ​ເຂດ​​ແຂ​ວງທີ່​ດຳ​ເນີນ​ການ​ຮ່ວມ​ມື​ທາງ​ເສດຖະກິດ​ການ​ຄ້າ​ແລະ​ວັດທະນະທຳ​ກ່ອນໝູ່​ແລະ​ມີ​ຫຼາຍ​ສົມຄວນ​ກັບ​ໄຕ້​ຫວັນ​ຈີນ. ​ໃນ​ຫຼາຍປີ​ມໍ່ໆ​ມາ​ນີ້, ການ​ແລ​ກປ່ຽນ​ຮ່ວມ​ມື​ລະຫວ່າງ​ເຂດ​ກວາງຊີ​ກັບ​ໄຕ້​ຫວັນ​ຈີນ​ໄດ້​ຮັບ​ໝາກຜົນ​ອັນ​ເດັ່ນ​ຊັດ, ​ເຊິ່​ງ​ໄດ້​ດຳ​ເນີນ​ການ​ຮ່ວມ​ມື​ຮອບດ້ານ​ໃນ​ຂົງ​ເຂດ​ການ​ລົງທຶນ, ​ເສດຖະກິດ​ການ​ຄ້າ, ການ​ແລກປ່ຽນ​ດ້ານ​ວັດທະນະທຳ ​ແລະ​ອື່ນໆ, ການ​ໄປມາຫາສູ່​ດ້ານ​ບຸກຄະລາ​ກອນ​ກໍ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ.

ຕົວ​ເລກ​ທາງ​ການ​ຂອງ​ເຂດ​ກວາງຊີ​ເປີດ​ເຜີຍ​ວ່າ, ປັດຈຸບັນ, ​ນັບ​ລວມ​ແລ້ວ, ເຂດ​ກວາງຊີ​ໄດ້​ອະນຸຍາດ​ໃຫ້​ນັກທຸລະກິດ​ໄຕ້​ຫວັນ​ມາ​ລົງທຶນ​ໃນ​ໂຄງການ​ໃຫຍ່​ຢູ່​ກວາງຊີ​ເກືອບ 1700 ​ໂຄງການ, ຍອດ​ການ​ລົງທຶນ​ຫຼາຍ​ກວ່າ 10 ຕື້​ໂດ​ລາ ​ເຊິ່ງຢູ່​ໃນ​ຂົງ​ເຂດ​ການທ່ອງທ່ຽວ, ກະສິກຳ, ອຸດສາຫະກຳ​ເບົາ, ​ເອ​ເລັກ​ໂຕຼນິກ​ ​ແລະ​ອື່ນໆ; 14ນະຄອນ​ຂອງ​ກວາງຊີ​ລ້ວນ​ແຕ່​ມີ​ວິ​ສາ​ຫະກິດ ຫຼື​ສວນ​ອຸດສາຫະກຳ​ໄຕ້​ຫວັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ