ໄຂພິທີສ້າງ​ຕັ້ງສະຫະພັນມະຫາວິທະຍາ​ໄລ​ກັບວິ​ສາ​ຫະກິດ​ຈີນ-​​ໄທຢູ່​ບາງກອກ
2017-02-12 14:45:48  cri 

ຕາມ​ຂ່າວCRI: ວັນ​ທີ 11 ກຸມພາ​ນີ້, ການ​ແຂ່ງ​ຂັນຄວາມ​ຮູ້​ຄວາມ​ສາມາດພາສາ​ຈີນ "ຂັນ​ມິ​ດຕະພາບ" ຄັ້ງ​ທີ 9 ກໍ​ຄື ພິທີ​ສ້າງ​ຕັ້ງສະຫະພັນມະຫາ ວິທະຍາ​ໄລ ກັບ ​ວິ​ສາ​ຫະກິດ​ຈີນ-​​ໄທ​ໄດ້​ຈັດ​ຂຶ້ນຢູ່ນະຄອນຫຼວງ​ບາງກອກ. ດຣ.ບັນ​ທິດ ສີ​ພຸ​ດທາງ​ກູນ ຫົວໜ້າ​ຜູ້​ສຳຫຼວດ​ລາຊະການ​ກະຊວງ​ສຶກສາ​ທິການ​ໄທ, ທ່ານ​​ເຊີນ​ຈ່ຽງ ທີ່​ປຶກສາ​ທູດ​ວັດທະນະທຳ​ຂອງ​ສະ​ຖານ​ທູດ​ຈີນ​ປະຈຳ​​ໄທ, ທ່ານ​ລີ​ວປາວ​ລີ້ ​ເລຂາທິການ​ໃຫຍ່ຜູ້​ປະຕິບັດ​ງານ​ສັບປະດາ​ແລກປ່ຽນ​ການ​ສຶກສາ​ຈີນ-​ອາ​ຊຽນ ​ແລະ ທ່ານ​ອື່ນໆ​ໄດ້​ເຂົ້າ​ຮ່ວມ​ພິທີ​ດັ່ງກ່າວ.

ມື້​ດຽວ​ກັນ, ສະຫະພັນ​ມະຫາວິທະຍາ​ໄລ​ຈີນຍັງ​ໄດ້​ເຊັນບົດ​ບັນທຶກຄວາມ​ເຂົ້າ​ໃຈດ້ານ​ການ​ຮ່ວມ​ມື ກັບ ສະມາຄົມ​​ແລກປ່ຽນ​ຊັບພະຍາກອນ​ມະນຸດ​ໄທ-​ຈີນ, ສະມາຄົມ​ການ​ຄ້າ​ໃຫຍ່​ວິ​ສາ​ຫະກິດ​ໄທ-​ຈີນ ພ້ອມທັງ​ສະມາຄົມ​ນັກ​ຂ່າວ​ໄທ​-ຈີນ​, ​ເພື່ອ​ສ້າງ​ຕັ້ງ​ສະຫະພັນມະຫາ ກັບ ວິທະຍາ​ໄລ​ວິ​ສາ​ຫະກິດ​ຈີນ-​​ໄທ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ