ຕາມຂ່າວCRI: ວັນທີ 11 ກຸມພານີ້, ການແຂ່ງຂັນຄວາມຮູ້ຄວາມສາມາດພາສາຈີນ "ຂັນມິດຕະພາບ" ຄັ້ງທີ 9 ກໍຄື ພິທີສ້າງຕັ້ງສະຫະພັນມະຫາ ວິທະຍາໄລ ກັບ ວິສາຫະກິດຈີນ-ໄທໄດ້ຈັດຂຶ້ນຢູ່ນະຄອນຫຼວງບາງກອກ. ດຣ.ບັນທິດ ສີພຸດທາງກູນ ຫົວໜ້າຜູ້ສຳຫຼວດລາຊະການກະຊວງສຶກສາທິການໄທ, ທ່ານເຊີນຈ່ຽງ ທີ່ປຶກສາທູດວັດທະນະທຳຂອງສະຖານທູດຈີນປະຈຳໄທ, ທ່ານລີວປາວລີ້ ເລຂາທິການໃຫຍ່ຜູ້ປະຕິບັດງານສັບປະດາແລກປ່ຽນການສຶກສາຈີນ-ອາຊຽນ ແລະ ທ່ານອື່ນໆໄດ້ເຂົ້າຮ່ວມພິທີດັ່ງກ່າວ.
ມື້ດຽວກັນ, ສະຫະພັນມະຫາວິທະຍາໄລຈີນຍັງໄດ້ເຊັນບົດບັນທຶກຄວາມເຂົ້າໃຈດ້ານການຮ່ວມມື ກັບ ສະມາຄົມແລກປ່ຽນຊັບພະຍາກອນມະນຸດໄທ-ຈີນ, ສະມາຄົມການຄ້າໃຫຍ່ວິສາຫະກິດໄທ-ຈີນ ພ້ອມທັງສະມາຄົມນັກຂ່າວໄທ-ຈີນ, ເພື່ອສ້າງຕັ້ງສະຫະພັນມະຫາ ກັບ ວິທະຍາໄລວິສາຫະກິດຈີນ-ໄທ.