ຊາວ​ຍົກຍ້າຍ​ຜິດ​ກົດໝາຍ​ຫຼາຍ​ຮ້ອຍ​ຄົນ​ແຫ່ງ​ຕ່າງໆ​ອາ​ເມ​ລິ​ກາ​ຖືກ​ຈັບ​ຕົວ
2017-02-12 14:53:18  cri 

ວັນ​ທີ 11 ກຸມພາ​ນີ້, ອົງການ​ປະຕິບັດ​ກົດໝາຍ​ອາ​ເມ​ລິ​ກາ​ຢືນຢັນ​ວ່າ, ​ໃນໜຶ່ງ​ອາທິດ​ທີ່​ຜ່ານ​ໄປ​ນັ້ນ, ກົມ​ປະຕິບັດ​ກົດໝາຍ​ການ​ເຂົ້າ​ເມືອງ ​ແລະ ດ່ານ​ພາສີ​ອາ​ເມ​ລິ​ກາ​ປະຕິບັດ​ງານ​ຢູ່​ແຫ່ງ​ຕ່າງໆ​ອາ​ເມ​ລິ​ກາ, ​ໄດ້ຈັບຕົວຊາວ​ຍົກຍ້າຍ​ຜິດ​ກົດໝາຍ​ຫຼາຍ​ຮ້ອຍ​ຄົນ.ທ່ານ​ນາງ​ກາ​ລຽນ ຄຣິສ​ເທ​ນ​ເຊັນ ​ໂຄສົກ​ກະຊວງ​ຄວາມ​ໝັ້ນຄົງ​ດິນ​ແດນ​​ແຫ່ງ​ຊາດອາ​ເມ​ລິ​ກາກ່າວ​ວ່າ, ນີ້​ແມ່ນ​ການ​ປະຕິບັດ​ກົດໝາຍ​ຕາມ​ແຜນ, ຜູ້​ທີ່​ຖືກ​ຈັບ​ຕົວສ່ວນ​ຫຼາຍ​ແມ່ນ​ຜູ້​ທີ່​ເຄີຍ​ກໍ່ອາ​ຊະ​ຍາ​ກຳ​ຢ່າງ​ຮ້າຍ​ແຮງ, ​ໄດ້​​ເປັນໄພ​ຂົ່ມ​ຂູ່​ຕໍ່​ຄວາມ​ປອດ​ໄພ​ສາທາລະນະ ​ຫຼື ​ອົງການ​ຊາວ​ຍົກຍ້າຍ. ​ແຕ່ "ໜັງສືພິມວໍ​ຊີງ​ຕັນໂ​​​​ພສ໌" ລາຍ​ງານ​ວ່າ, ຊາວ​ຍົກຍ້າຍ​ຜິດ​ກົດ​ໝາຍ​ທີ່​ບໍ່​ໄດ້​ກໍ່​ອາ​ຊະ​ຍາ​ກຳ​ຈຳນວນ​ໜຶ່ງກໍ່​ຖືກ​ຈັບ​​ຕົວ​ຄື​ກັນ.

ວັນ​ທີ 25 ມັງກອນຜ່ານ​ມາ, ທ່ານ​​​ໂດ​ນາດ ທຣຳ ປະທານາທິບໍດີ​ອາ​ເມ​ລິ​ກາ​ໄດ້​​​ເຊັນຄຳ​ສັ່ງ​ບໍລິຫານ​ເພື່ອ "​ຊຸກ​ຍູ້​ຄວາມ​ໝັ້ນຄົງ​ຊາຍ​ແດນ ​ແລະ ປະຕິບັດ​ກົດໝາຍ​ຕໍ່​ຊາວ​ຍົກຍ້າຍ", ​ເພິ່ມທະວີການ​ໂຈມ​ຕີ​ຊາວ​ຍົກຍ້າຍ​ຜິດ​ກົດໝາຍ, ຊາວ​ຍົກຍ້າຍ​ຜິດ​ກົດໝາຍ​ເຂົ້າ​ເມືອງ​​ແລ້ວຖ້າ​ຖືກ​ຈັບຈະ​ບໍ່​ປ່ອຍຕົວ​ໃນ​ທັນທີ​ອີກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ