ຕວກກີ​ປະກາດ​ຈະລົງປະ​ຊາ​ມະຕິ​ທົ່ວ​ປວງ​ຊົນ​​ເພື່ອດັດ​ແກ້ລັດຖະທຳ​ມະນູນ​ໃນ​ວັນ​ທີ 16 ​ເດືອນ​ເມສາທີ່​ຈະ​ມາ​ເຖິງ​ນີ້
2017-02-12 14:56:10  cri 

ວັນ​ທີ 11 ກຸມພາ​ນີ້, ທ່ານ​ຊາ​ດີ ກູ​​ເວນ ປະທານ​ຄະນະ​ກຳມະການ​ເລືອກຕັ້ງ​ສູງ​ສຸດ​ຕວກກີ​ປະກາດ​ວ່າ, ຕວກກີ​ຈະລົງປະຊາ​ມະຕິ​ທົ່ວ​ປວງ​ຊົນ​​ໃນ​ວັນ​ທີ່ 16 ​ເດືອນ​ເມສາ​ປີ​ນີ້, ​ເພື່ອ​ຕົກລົງຈະ​ຜ່ານ​ລັດຖະທຳ​ມະນູນສະບັບ​ດັດ​ແກ້​ຫຼື​ບໍ່. ອີງ​ຕາມລັດຖະທຳ​ມະນູນ​ສະບັບ​ດັດ​​ແກ້, ຕວກກີ​ຈະ​ຫັນຈາກ​ລະບອບ​ລັດຖະສະພາປ່ຽນ​ເປັນ​ລະບອບປະທານາທິບໍດີ.

ວັນ​ທີ 10 ກຸ​ມພາ​ນີ້, ທ່ານຣີເຊັບ ດາຢິ​ບ ​ເອ​ໂດ​ອານ ປະທານາທິບໍດີ​ຕວກກີ​ໄດ້​ເຊັນ​ລັດຖະທຳ​ມະນູນ​ສະບັບ​ດັດ​ແກ້, ​ແລ້ວ​ຕົກລົງ​ລົງ​ປະຊາ​ມະຕິ​ທົ່ວ​ປວງ​ຊົນ​ຕໍ່ລັດຖະທຳ​ມະນູນ​ສະບັບ​ດັດ​ແກ້.

ຂ່າວ​ແຈ້ງວ່າ, ຖ້າ​ຢາກ​ໃຫ້​ລັດຖະທຳ​ມະນູນ​ສະບັບ​ດັດ​ແກ້​​ໄດ້​ຮັບ​ຜ່ານ​ຢ່າງ​ໜ້ອຍ ຕ້ອງການມີ​ປະຊາຊົນ​ຕວກຕີຫຼາຍ​ກວ່າ 51% ສະໜັບສະໜູນ. ຕາບ​ໃດຫາກ​ລັດຖະທຳ​ມະນູນ​​ໄດ້​ຮັບ​ຜ່ານແລ້ວ, ຕວກຕີ​ຈະ​ເລິ່ມປະຕິບັດ​ລະບອບປະທານາທິບໍດີ​ຢ່າງ​ເປັນ​ທາງ​ການ​ຫຼັງ​ຈາກ​ຈັດການ​ເລືອກ​ຕັ້ງ​ປະທານາທິບໍດີ ​ແລະ ລັດຖະສະພາ​ປີ 2019 , ລະບອບ​ລັດຖະສະພາ​ທີ່​ເລິ່ມປະຕິບັດ​ແຕ່​ການ​ສ້າງ​ຕັ້ງສາທາລະນະ​ລັດ​ຕວກກີໃນ​ປີ 1923 ນັ້ນ​ກໍ່​ຈະ​ສິ້ນ​ສຸດ​ລົງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ