ເຈົ້າ​ໜ້າ​ທີ່ທະຫານ​ສ.​ເກົາ​ຫຼີກ່າວ​ວ່າ,ສປປເກົາຫຼີ​ໄດ້​ທົດ​ລອງຍິງ​ລູກສອນ​ໄຟ​ນຳ​ວິຖີໜຶ່ງ​ລູກ
2017-02-12 14:59:06  cri 

ວັນ​ທີ 12 ກຸມພາ​ນີ້, ກອງ​ເສນາ​ທິການປະສົມ​ກອງທັບ​ສ.​ເກົາ​ຫຼີກ່າວ​ວ່າ, ​ໃນ​ຕອນ​ເຊົ້າ​ມື້​ດຽວ​ກັນ,ຢູ່​ແຂວງ​ພຽງ​ອານ​ເໜືອ, ສປປ​ເກົາຫຼີ​ໄດ້​ຍິງລູກ​ສອນ​ໄຟ​ນຳ​ວິຖີໜຶ່ງ​ລູກ​ຕໍ່​ເຂດ​ທະ​ເລທິດ​ຕາ​ເວັນ​ອອກ​ແຫຼມ​ເກົາຫຼີ.

ສື່​ມວນ​ຊົນ​ນຳ​​ເອົາ​ຂ່າວ​ຈາກ​ກອງ​ເສນາ​ທິການ​ປະສົມ​ມາ​ລາຍ​ງານ​ວ່າ, ​ໃນ 7 ​ໂມງ 55 ນາທີ​ຕາມ​ເວລາ​ເຊ​ອູ​ນ, ສປປ​ເກົາຫຼີ​ໄດ້​ຍິງລູກ​ສອນ​ໄຟນຳ​ວິຖີ​ຢູ່​ບາງ​​ເຮນ ​ແຂວງພຽງ​ອານ​ເໜືອ. ຕາມ​ການ​ຄາດ​ຄະ​ເນ, ​ໄລຍະ​ຍາວ​ການບິນ​ຂອງລູກ​ສອນ​ໄຟ​ນຳ​ວິຖີ​ດັ່ງກ່າວ​ແມ່ນ 500 ກິ​ໂລ​ແມັດ. ທະຫານ​ສ.​ເກົາຫຼີ ​ແລະ ອາ​ເມ​ລິ​ກາພວມ​ວິ​ເຄາະ​ຂໍ້​ມູນ​ທີ່​ກ່ຽວ​ຂ້ອງ​ຢ່າງ​ລະອຽດ.

ຕອນ​ເຊົ້າ​ມື້​ດຽວ​ກັນ, ຊົງ​ວາ​ເດ ​ເ​ຊິ່ງ​ເປັນ​ທຳນຽບປະທານາ​ທິບໍດີ​ສ.​ເກົາຫຼີ​ໄດ້​ຈັດ​ກອງ​ປະຊຸມ​ດ່ວນ​ເພື່ອ​ຮັກສາ​ຄວາມ​ໝັ້ນຄົງ​ແຫ່ງ​ລັດ​ທີ່​ທ່ານໂດຍ​ກິມກວາງ​ຈິນ ຫົວ​ໜ້າ​ຫ້ອງການ​ຮັກສາ​ຄວາມ​ໝັ້ນຄົງ​ແຫ່ງ​ລັດ​ເປັນ​ປະທານ, ​ເພື່ອ​ຫາລືມາດ​ຕະການ​ຮັບ​ມື​ກັບສປປ​ເກົາຫຼີ​ທົດ​ລອງຍິງ​ລູກ​ສອນ​ໄຟ​ນຳ​ວິຖີ.

ນັບ​ມາ​ຮອດ​ປັດຈຸບັນ, ສປປ​ເກົາ​ຫຼີຍັງ​ບໍ່​ໄດ້​ລາຍ​ງານ​ຕໍ່​ການ​ຍິງ​ລູກ​ສອນ​ໄຟ​ນຳ​ວິຖີ​ເທື່ອ​ນີ້.

ວັນ​ທີ 8 ​​ເດືອນ​ແລ້ວ​ນີ້,​ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດສປປ​ເກົາຫຼີ​ເຄີຍ​ກ່າວ​ວ່າ, ວຽກ​ງານ​ກະກຽມ​ຍິງ​ລູກ​ສອງ​ໄຟ​ນຳ​ວິຖີຂ້າມທະວີບ​ຂອງ​ສປປ​ເກົາຫຼີ​ໄດ້​ເຂົ້າ​ສູ່​ໄລຍະ​ສຸດ​ທ້າຍ, ສາມາດຍິງ​ໃນ​ທຸກ​ເວລາ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ