ແ​ມ່​ເຖົ້າ​ປະດິດ​ສ້າງ​ຜົນງານ​ຕັດ​ເຈັ້ຍ​​ເພື່ອ​​​ເຜີຍ​ແຜ່ສີມື​ຫັດຖະກຳ
2017-02-13 16:18:00  cri 

ວັນ​ທີ 12 ກຸມພາ​ນີ້​ຢູ່​ເມືອງ​ຢີຊາງ​ແຂວງ​ຫູ​ເປີ​ຍ ສປ ຈີນ, ​ແມ່​ເຖົ້າ ຫູ​ເວິນ​ຢິ່ງ ທີ່​ອາຍຸ 70 ປີ​ກຳລັງປະດິດ​ສ້າງ​ຜົນງານ​ຕັດ​​ເຈັ້ຍ​ທີ່ຊື່ວ່າ "​ໄກ່​ຄຳ​ຂັນ​ບອກ​ຟ້າ​ແຈ້ງ"ຢູ່​ເຮືອນຂອງ​ຕົນ. ​ແມ່​ເຖົ້າ ຫູ​ເວິນ​ຢິ່ງ​​ເປັນ​ຜູ້​ສືບ​ທອດ​ສິລະ​ປະການ​ຕັດ​ເຈັ້ຍ ​ເຊິ່ງ​ເປັນ​ມໍລະດົກ​ທີ່​ບໍ່​ແມ່ນ​ວັດ​ຖຸຂອງ​ເມືອງ​ຢີຊາງ ​ໂດຍ​ຕະຫຼອດ​ໄລຍະ 60 ກວ່າ​ປີສາມາດ​ສ້າງ​ຜົນງານ​ໄດ້ຫຼາຍ​ໝື່ນ​​ແຜ່ນແລະກໍ​ໄດ້​ຮັບ​ລາງວັນ​ໃຫຍ່​ຕ່າງໆ. ຈາກ​ນີ້​ຈິ່ງ​ໄດ້​ຮັບ​ການນາມມະຍົດເປັນ​ວິຈິດ​ຕະກອນ​ຊັ້ນ​ໜຶ່ງ​ຈາກ​ສະ​ຖາ​ບັນ​ຄົ້ນຄວ້າ​ສິລະ​ປະ​ຈີນ. ​ນັບແຕ່​ທ້າຍ​ປີ 2016 ຫາ​ຕົ້ນ​ປີ 2017 ນີ້, ​ເພິ່ນ​ໃຊ້​ເວລາ​ຫຼາຍ​ເດືອນຕັດ​ເຈັ້ຍ "​ໄກ່​ຄຳ"​ໄດ້​ເຖິງ 100 ​ແຜ່ນ.

1 2 3 4 5
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ