ທ່ານ​ສີ​ຈິ້ນ​ຜິ​ງສົ່ງ​ໂທລະ​ເລັກ​ຊົມ​ເຊີຍ​ປະທານາທິບໍດີ​ເຢຍລະ​ມັນ​ຄົນໃໝ່
2017-02-13 16:22:02  cri 

ວັນທີ 12 ກຸມພານີ້, ທ່ານ​​ແຟຣນ​ຄ ວອນ​ເຕີ ສະ​ເຕນ​​ໄມ​ເອີ ອະດີດ​ລັດຖະມົນຕີ​ການ​ຕ່າງປະ​ເທດ​​ໄດ້​ຮັບ​ເລືອກ​ຕັ້ງເປັນ​ປະທານາທິບໍດີ​ເຢຍລະ​ມັນ​ຊຸດ​ທີ 12 ​ໃນ​ການ​ລົງ​ຄະ​ແນນ​ສຽງ​ຮອບ​ທຳ​ອິດຫຼັງ​ໄດ້​ຮັບ​ສຽງ​ສະໜັບສະໜູນ​ເຖິງ 931 ສຽງ​ຈາກ 1239 ສຽງ​ໃນກອງ​ປະຊຸມ​ສະຫະພັນ​ເຢຍລະ​ມັນ ​ເຊິ່ງສູງ​ກວ່າ​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ອື່ນໆ​ຢ່າງ​ຫຼວງ​ຫຼາຍ.

ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ສົ່ງ​ໂທລະ​ເລກຊົມ​ເຊີຍ​​ເຖິງ​ທ່ານ​ສະ​ເຕ​​ໄມ​​ເອີທີ່​ໄດ້​ຮັບ​​ເລືອກ​ຕັ້ງ​ເປັນ​ປະທາ​ນາ​ທິບໍດີ ​ເຊິ່ງ​ໂທລ​ະ​ເລກມີ​ເນື້ອ​ໃນ​ວ່າ: ປັດຈຸບັນ, ສາຍ​ພົວພັນ​ຈີນ-​ເຢຍລະ​ມັນ​ໄດ້​ກ້າວ​ສູ່​ໄລຍະ​ການ​ພັດທະນາ​ໃນ​ລະດັບ​ສູງ, ການ​ນຳ​ຂັ້ນ​ສູງ​ຂອງສອງປະ​ເທດ​ໄດ້ໄປມາຫາສູ່​ກັນ​ຢ່າງ​ໃກ້ຊິດ, ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ນັບ​ມື້​ຂະຫຍາຍຕົວ​ກ້າວ​ສູ່​ລວງ​ເລິກ ​ແລະ​ການ​ຮ່ວມ​ມື​ຂອງ​ສອງ​ປະ​ເທດບໍ່​ພຽງ​ແຕ່​ມີ​ຜົນ​ດີ​ຕໍ່​ການ​ເພີ່ມ​ຄວາມຜາ​ສຸກ​ໃຫ້​ແກ່​ປະຊາຊົນ​ສອງ​ຊາດ​ເທົ່າ​ນັ້ນ,ຍັງ​ມີ​ຜົນ​ດີ​ຕໍ່​ການ​ສົ່ງ​ເສີມ​ສັນຕິພາບ,ສະ​ເຖຍລະ​ພາບ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ໂລກ​ອີກ​ດ້ວຍ. ຂ້າພະ​ເຈົ້າ​ຍິນ​ດີ​ຮ່ວມ​ກັບ​ທ່ານ​ພະຍາຍາມ​ຊຸກຍູ້​ສາຍ​ພົວພັນ​ຄູ່​ຮ່ວມຍຸດ​ທະ​ສາດ​ຮອບດ້ານ​ຈີນ-​ເຢຍລະ​ມັນ​ໃຫ້​ຂະຫຍາຍຕົວ​ດີກ​ວ່າ​ເກົ່າ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ