ໄທ​ປະ​ທ້ວງ​ການຈັດ​ອັນ​ດັບ "ດັດຊະນີ​ສິດ​ຊັບ​ສິນ​ທາງ​ປັນຍາ​ໂລກ" ຂອງ​ອາ​ເມ​ລິ​ກາ
2017-02-13 11:02:31  cri 

ກົມ​ຊັບ​ສິນ​ທາງ​ປັນຍາ​ແຫ່ງ​ຊາດ​ໄທ ​ໄດ້​ປະ​ທ້ວງ​ສະມາຄົມ​ການ​ຄ້າ​ອາ​ເມ​ລິ​ກາ​ທີ່​ເຜີຍ​ແຜ່ "ດັດຊະນີ​ສິດ​ຊັບ​ສິນ​ທາງ​ປັນຍາ​ໂລກ" ​ໃນ​ວັນ​ທີ 8 ກຸມພາ​ນີ້ ​ໂດຍ​​ຊີ້​ວ່າ ການຈັດ​ອັນ​ດັບ​ນີ້​ບໍ່​ໄດ້​ຫຼິງເຫັນ​ຄວາມ​ພະຍາຍາມ​ແລະ​ຜົນ​ໄດ້​ຮັບ​ຂອງປະ​ເທດ​ຕົນ ທັງໄດ້ຈັດ​ອັນ​ດັບ​ປະ​ເທດ​ຕົນ​ຢູ່​ໃນ​ລຳ​ດັບ​ຕ່ຳ​ຫຼາຍ ຄື ​ຢູ່​ໃນ​ອັນ​ດັບ​ທີ 40 ​ໃນ​ 45 ກຸ່ມ​ເສດຖະກິດດ້ວຍ 9,35 ຄະ​ແນນ.

ຂ່າວ​ແຈ້ງວ່າ, ທ່ານ​ເຮີ​ສມານ ຜູ້ອຳນວຍການ​ໃຫຍ່ສູນ​ສິດ​ຊັບ​ສິນ​ທາງ​ປັນຍາ​ໂລກ ຫຼື GIPC ກ່າວ​ວ່າ: ການ​ເພີ່ມ​ທະວິ​ການ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາ ມີ​ຜົນ​ດີ​ຕໍ່​ການ​ພັດທະນາ​​ວິ​ສາ​ຫະກິດ ຫຼື ຜະລິດ​ຕະພັນ ​ເຊິ່ງທົ່ວ​ສັງຄົມ​ລ້ວນ​ແຕ່ໄດ້​ຮັບ​ຜົນ​ປະ​ໂຫຍ​ດ. ຂະນະ​ທີ່​ມາ​ຮອດ​ປັດຈຸບັນ​ ປະ​ເທດ​ໄທກໍ​ຍັງ​ບໍ່​ທັນ​ມີ​ກົດໝາຍ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາ​ທີ່ກ່ຽວພັນ​ເຖິງ​ການ​ຄ້າ​ຕາມຊາຍ​ແດນ​ແລະຕາມທ່າ​ເຮືອ​ເທື່ອ.

​ເຈົ້າໜ້າ​ທີ່​ກົມ​ຊັບ​ສິນ​ທາງ​ປັນຍາ​ແຫ່ງ​ຊາດ​ໄທ ຊີ້​ວ່າ: ສະມາຄົມ​ການ​ຄ້າ​ອາ​ເມ​ລິ​ກາ​ບໍ່​ໄດ້​ພິຈາລະນາ​ເຖິງ​ຄວາມ​ພະຍາຍາມ​ຂອງ​ປະ​ເທດ​ຕົນ​ໃນ​ການ​ພັດທະນາ​ສິດ​ຊັບ​ສິນ​ທາງ​ປັນຍາ​ຢ່າງ​ເຕັມ​ສ່ວນ. ​ແນວ​ໃດ​ກໍ​ດີ, ​ກົມ​ຂອງ​ຕົນ​ຈະ​ສືບ​ຕໍ່​ຊຸກຍູ້​ວຽກ​ງານ​ຕ່າງໆ​ໃຫ້​ຄືບ​ໜ້າ ​ແລະພະຍາຍາມ​ຍົກ​​ອັນ​ດັບ​ຂອງ​ປະ​ເທດ​ຕົນ​ສູງ​ຂຶ້ນໃນການຈັດ​ອັນ​ດັບ​ດັ່ງກ່າວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ