ສາງ​​​ແກັສທຳ​ມະ​ຊາດ​ໃຕ້​ດິນທີ່​ຈີນ​ແລະ​ຕວກກີ​ຮ່ວມ​ສ້າງນັ້ນ​ເລີ່​ມ​ນຳ​ໃຊ້ແລ້ວ
2017-02-13 11:04:49  cri 

ສາງ​​ແກັສທຳ​ມະ​ຊາດ​ໃຕ້​ດິນ​ທີ່ສາມາດ​ເກັບ​ຮັກສາ​ແກັສທຳ​ມະ​ຊາດ​ໄດ້​ເຖິງ 1 ຕື້ ​ແມັດ​ກ້ອນ ​ໂດຍ​ຈີນ​ແລະ​ຕວກກີ​ຮ່ວມກໍ່​ສ້າງ​ຢູ່​ແຂວງ​ອັກ​ຊາ​ເຣ ທາງ​ພາກ​ກາງ​ຕວກກີ ​ໄດ້​ເລີ່​ມ​ເກັບ​ຮັກສາ​ແກັສທຳ​ມະ​ຊາດ​ແລ້ວ​ຫວ່າງ​ມໍ່ໆ​ນີ້ ​ໂດຍ​ໂຄງການ​ດັ່ງກ່າວ​ຈະສາມາດຫຼຸດ​ຜ່ອນສະພາບ​ການ​ຂາດ​ເຂີນ​ແກັສທຳ​ມະ​ຊາດ​ຂອງ​ຕວກ​ກີ.

ທ່ານຣີ​ເຄັບ ​ເຕຢິບ ​ເອີ​ໂດ​ກັນ ປະທານາທິບໍດີ​ຕວກກີ ກ່າວ​ໃນ​ພິທີ​ຕັດ​ແຖບ​ຜ້າ​ວ່າ: ຈາກ​ການຊ່ວຍ​ເຫຼືອຂອງ​ວິສະວະກອນ​ຈີນ, ສາງ​​ແກັສທຳ​ມະ​ຊາດ​ໃຕ້​ດິນ​ທີ່​ສາມາດ​ບັນຈຸ​ແກັສທຳ​ມະ​ຊາດ​ໄດ້​ເຖິງ 1 ຕື້ ​ແມັດ​ກ້ອນ​ນີ້​ໄດ້​ສຳ​ເລັດການ​ກໍ່​ສ້າງແລະ​ເລີ່​ມນຳ​ໃຊ້​ແລ້ວ.

ທ່ານ​ເບີ​ຮັນ ​ໂອສຄັນ ຜູ້ອຳ​ນວຍ​ການ​ໃຫຍ່ບໍລິສັດ​ທໍ່​ສົ່ງ​ນ້ຳມັນ​ເຊື້ອ​ໄຟ​ຕວກກີ ກ່າວ​ວ່າ: ຢ່າງ​ໜ້ອຍ​ລະດູ​ໜາວ​ໃນ​ສອງ​ປີ​ຕໍ່ໜ້າ, ປະ​ເທດ​ຕົນ​ຈະ​ບໍ່​ມີ​ບັນຫາ​ການ​ຂາດ​ເຂີນ​ແກັສທຳ​ມະ​ຊາດ​ອີກ ​ແລະ ​ໃນ 4 ປີ​ຕໍ່ໜ້າ​, ກໍ​ຈະ​ເລັ່ງດຳ​ເນີນໂຄງການກໍ່ສ້າງ​ສາງ​ແກັສທຳ​ມະ​ຊາດ ​ໂດຍ​ມີ​ແຜນ​ຈະ​ເພີ່ມ​ຄວາມ​ສາມາດ​ການເກັບ​ຮັກສາ​ແກັສທຳ​ມະ​ຊາດ​ໄດ້​ເຖິງ 1 ຕື້​ແມັດກ້ອນຕໍ່​ປີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ