ເນ​ປານເລີ່​ມ​ເປີດຊຸດ​ອົບ​ຮົມ​ພາສາ​ຈີນ​ຂັ້ນຕົ້ນ
2017-02-13 16:21:25  cri 

ຊຸດ​ອົບ​ຮົມ​ພາສາ​ຈີນ​ຂັ້ນຕົ້ນຂອງກະຊວງ​ສຶກສາ​ທິການ​ເນ​ປານ ​ໄດ້​ເລີ່​ມ​ເປີດ​ການ​ຮຽນ​ການ​ສອນ​ຢູ່​ຄະນະ​ການ​ຄຸ້ມ​ຄອງ ມະຫາວິທະຍາ​ໄລ​ກັດ​ມັນ​ດູ ​ໃນ​ວັນ​ທີ 12 ກຸມພາ​ນີ້, ຂະນະ​ທີ່​ກະຊວງ​ສຶກສາ​ທິການ​ເນ​ປານ ​ແມ່ນອົງການ​ລັດຖະບານ​ແຫ່ງ​ທີ 4 ທີ່​ເປີດ​ຊຸດ​ອົບຮົມ​ພາສາ​ຈີນ ຖັດຈາກ​ກະຊວງ​ການ​ຕ່າງປະ​ເທດ, ສຳນັກງານ​ໃຫຍ່​ກອງທັບ​ເນ​ປານ ​ແລະ ອົງການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ເນ​ປານ.

​ເຈົ້າໜ້າ​ທີ່​ກະຊວງ​ສຶກສາ​ທິການ​ເນ​ປານ ​ໄດ້​ກ່າວ​ໃນ​ພິທີ​ເປີດ​ຊຸດ​ອົບຮົມ​ດັ່ງກ່າວ​ວ່າ: ​ການຈັດ​ຊຸດ​ອົບ​ຮົມ​ພາສາ​ຈີນ​ນີ້ ກໍ​ເພື່ອ​ເພີ່ມ​ທະວີ​ສາຍ​ພົວພັນ​ໄມຕີ​ຈິດມິດຕະພາບ​ໃນ​ທຸກ​ລະດັບ​ລະຫວ່າງ​ເນ​ປານ​ແລະ​ຈີນ.

ວິທະຍາ​ໄລ​ຂົງຈື້ ມະຫາວິທະຍາ​ໄລ​ກັດ​ມັນ​ດູ ​ແມ່ນ​ສະຖານ​ທີ່​ທີ່​ປະຊາຊົນ​ເນ​ປານ​ຮຽນ​ພາສາ​ຈີນ ​ແລະ ຮຽນຮູ້​ວັດທະນະທຳ​ຈີນ. ຂະນະ​ທີ່​ມະຫາ​ວິທະຍາ​ໄລ​ກັດ​ມັນ​ດູ ກໍ​ແມ່ນມະຫາວິທະຍາ​ໄລ​ຂອງ​ເນ​ປານ​​ແຫ່ງ​ທຳ​ອິດທີ່​ຈັດ​ເອົາ​ພາສາ​ຈີນ​​ເຂົ້າ​ໃນຫຼັກສູດວິຊາ​ສະ​ເພາະ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ