ຈີນ​ສົ່ງ​ອອກ​ເຄື່ອງ​ຈັກລະ​ເບີດ​ໃນ​ໃຫ້​ມຽນມາ
2017-02-13 16:23:05  cri 

ບໍລິສັດ​ຜະລິດຫົວ​ລົດ​ໄຟ​ແລະ​ລົດ​ໄຟຟ້າ​ຕ້າຫຼຽນ ທີ່ຂຶ້ນກັບ​ບໍລິສັດ​ຈົ່ງ​ເຊີ່​ຈີນ​ຫຸ້ນ​ສ່ວນ​ຈຳກັດ (CRRC) ​ໄດ້​ຖະ​ແຫຼງ​ເມື່ອ​ບໍ່​ດົນ​ນີ້​ວ່າ: ​ເຄື່ອງ​ຈັກລະ​ເບີດ​ໃນ 2 ​ເຄື່ອງ​ທີ່​ຄົ້ນຄວ້າ​ຜະລິດ​ໂດຍ​ບໍລິສັດ​ຕົນ ​​ໄດ້​ນຳ​ຂຶ້ນ​ເຮືອ​ຢູ່​ທ່າ​ກຳ​ປັ່ນ​ເມືອງ​ຕ້າຫຼຽນຫວ່າງ​ມໍ່ໆ​ນີ້​ແລ້ວ ​ເພື່ອ​ກຽມ​ຂົນ​ສົ່ງ​ໄປ​​ມຽນມາ ​ເພື່ອ​ນຳໃຊ້​ເຂົ້າໃນ​ການ​ຂົນ​ສົ່ງ​ຜູ້​ໂດຍສານ​ແລະ​ສິນ​ຄ້າ​ຕາມ​ເສັ້ນທາງ​ລົດ​ໄຟສາຍຫຼັກຂອງ​ປະ​ເທດ​ດັ່ງກ່າວ ​ໂດຍ​ຈະ​ສາມາດ​ຕອບ​ສະໜອງ​ໄດ້ 40 ສ່ວນ 1000 ​​ໃນ​ການ​ປະຕິບັດໜ້າ​ທີ່ລາກ​ແກ່​ຕູ້​ລົດ​ໄຟ​​ຕາມ​ເສັ້ນທາງ​ລົດ​ໄຟ​ທີ່ທັງຄ້ອຍ​ຊັນ​ແລະ​ຍາວ.

ຫົວ​ລົດ​ໄຟ​ດັ່ງກ່າວ​ມີຄວາມ​ໄວ​ສູງ​ສຸດ​ 100 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ, ມີ​ປະສິດທິພາບ​ສູງ​ຕາມອັດຕາ​ແຮງ​ມ້າ, ຄວາມ​ໄວ​ການ​ແລ່ນ, ສະມັດຖະພາບ​ການ​ລາກ​ແກ່ ​ແລະ​ອື່ນໆ ​ເຊິ່ງ​ເໝາະ​ສົມ​ກັບ​ຈຸດ​ພິ​ເສດ​ຂອງ​ເສັ້ນທາງ​ລົດ​ໄຟ​ໃນ​ປັດຈຸບັນທີ່ຢູ່​ໃນສະພາບ​ບໍ່​ດີ, ອຸນຫະພູມ​ສະພາບ​ແວດ​ລ້ອມ​ສູງ, ພູມ​ສັນຖານ​ທຸລະກັນດານ ​ແລະ​ອື່ນໆ ຂອງ​ປະ​ເທດ​ໃນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້.

​ເຈົ້າໜ້າ​ທີ່​ບໍລິສັດ​ຜະລິດ​ຫົວ​ລົດ​ໄຟ​ແລະ​ລົດ​ໄຟຟ້າຕ້າຫຼຽນ ກ່າວ​ວ່າ: ບໍລິສັດ​ຕົນ​​ໄດ້​ຮ່ວມ​ມື​ກັບ​ລັດ​ວິ​ສາ​ຫະກິດ​ເສັ້ນທາງ​ລົດ​ໄຟ​ມຽນມາແລ້ວ 5 ​ເທື່ອ​, ຂະນະ​ທີ່​ມາ​ຮອດ​ປັດຈຸບັນ ​ໄດ້​ສົ່ງ​ຫົວ​ລົດ​ໄຟ​ໃຫ້​​ແກ່ມຽນມາ 50 ກວ່າ​ເຄື່ອງ ​ອັນ​ໄດ້​ປະກອບສ່ວນ​ຢ່າງ​ໃຫຍ່ຫຼວງ​ໃນ​ການ​ຂົນ​ສົ່ງ​ຕາມ​ທາງ​ລົດ​ໄຟ​ຂອງ​ມຽນມາ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ