ສປປ ​ເກົາຫຼີ​ສຳ​ເລັດການ​ຍິງ​ລູກ​ສອນ​ໄຟ​ນຳ​ວິຖີ​ຈາກ​ໜ້າດິນ​ສູ່​ໜ້າດິນ​ຂັ້ນຍຸດ​ທະ​ສາດ​ໄລຍະ​ກາງ​-​ຍາວ
2017-02-13 16:25:04  cri 

ຂ່າວສານ​ສູນ​ກາງ ສປປ ​ເກົາຫຼີລາຍ​ງານ​ໃນ​ວັນ​ທີ 13 ກຸມພາ​ນີ້​ວ່າ: ປະ​ເທດ​ຕົນ​ໄດ້​ສຳ​ເລັດ​ການ​ຍິງລູກ​ສອນ​ໄຟ​ນຳ​ວິຖີ​ຈາກ​ໜ້າດິນ​ສູ່​ໜ້າດິນ​ຂັ້ນຍຸດ​ທະ​ສາດ​ໄລຍະ​ກາງ​-ຍາວ ລູກ​ໜຶ່ງ ​ໃນ​ວັນ​ທີ 12 ​ກຸມພາ​ນີ້ ​ໂດຍ​ທ່ານ​ກິມ​ເຈິງ​ອຸນ ຜູ້ນຳ​ສູງ​ສຸດ​ໄດ້​ໄປ​ຊີ້​ນຳ​ການ​ຍິງ​ຢູ່​ສະຖານ​ທີ່.

ຂ່າວ​ແຈ້ງວ່າ, ລູກ​ສອນ​ໄຟ​ນຳ​ວິຖີ​ "Pukguksong-2" ​​ໄດ້​ຄົ້ນຄວ້າ​ຜະລິດຂຶ້ນ​ບົນ​ພື້ນຖານ​ຜົນສຳ​ເລັດ​ໃນ​ການ​ຍິງລູກ​ສອນ​ໄຟ​ນຳ​ວິຖີ​ຍິງ​ຈາກ​​ໃຕ້​ນ້ຳ​​ເມື່ອ​ເດືອນ​ສິງຫາ​ປີຜ່ານມາ. ຂະນະ​ທີ່​ການ​ຍິງ​ເທື່ອ​ນີ້​ໄດ້ທົດ​ສອບ​ຄວາມ​ເຊື່ອ​ຖື​ໄດ້ ​ແລະ ຄວາມ​ຮັບປະກັນ​ຂອງ​ລະບົບ​ຍິງ​ຈາກ​ພື້ນ​ດິນ ທັງໄດ້​ຢືນຢັນລັກສະນະ​ພິ​ເສດ​ຈຳ​ເພາະ​ຂອງ​ອາວຸດ​ທີ່​ກ່ຽວຂ້ອງ. ນອກ​ນີ້, ການ​ຍິງ​ເທື່ອ​ນີ້​ຍັງ​ໄດ້​ທົດ​ສອບສະມັດຖະພາບ​ຂອງລະບົບ​ນຳ​ວິຖີ​ໂຈມ​ຕີ​ແມ່ນ​ຢຳ​ແລະການຫຼົບຫຼີກການ​ສະກັດຂອງ​ລູກ​ສອນ​ໄຟ​ນຳ​ວິຖີ​ທີ່​ສາມາດ​ບັນຈຸ​ຫົວ​ຮົບ​ນິວ​ເຄລຍລະດັບ​ສູງ​ກວ່າ​ເກົ່າ​ດັ່ງກ່າວ.

ລາຍ​ງານ​ຂ່າວ​ໄດ້​ເນັ້ນວ່າ: ​ໂດຍ​ພິຈາລະນາ​ເຖິງ​ຄວາມ​ປອດ​ໄພ​ຂອງ​ປະ​ເທດ​ອ້ອມ​ຂ້າງ, ການ​ຍິງ​ເທື່ອ​ນີ້​ໄດ້​ນຳ​ໃຊ້​ວິທີ​ການ​ຍິງ​ໃນ​​ມູມສູງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ