ສະຫະພາບເອີຣົບກ່າວປະນາມ​ສປປ.​ເກົາຫລີ​ຍິງຂີ​ປະນຈາ​ວຸດ
2017-02-13 16:01:48  cri 
ຂ່າວສານ​ຊິນ​ຮວາ​ລາຍ​ງານ​ວ່າ: ວັນ​ທີ 12 ກຸມພາ​ນີ້, ໜ່ວຍ​ງານການ​ຕ່າງປະ​ເທດ​ຂອງເອີຣົບ​ໄດ້​ອອກກ່າວ​ປະນາມສ​ປປ.​ເກົາຫລີທີ່​ຍິງ​ຂີ​ປະ​ນາ​ວຸດໃນ​ມື້​ດຽວ​ກັນ ​ເຊິ່ງ​​ເປັນ​ການ​ລະ​ເມີ​ດ​ມະຕິ​ທີ່​ກ່ຽວຂ້ອງ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ອີກ​ເທື່ອໜຶ່ງ.

​ເຈົ້າ​ໜ້າ​ທີ່ການ​ຕ່າງປະ​ເທດຂອງ​ເອີຣົບກ່າວ​ວ່າ: ສປປ.​ເກົາຫລີ​ຕ້ອງ​ຢຸດ​ການ​ທົດ​ລອງ​ຍິງ​ຂີ​ປະ​ນາ​ວຸດ​ຕາມ​ມະຕິ​ຂອງ​ສະພາ​ຄວາມ​ໝັ້ນຄົງສະຫະ​ປະຊາ​ຊາດ ຂະນະດຽວ​ກັນ​ກໍ​​ໃຫ້​ຍົກ​ເລີກ​​ໂຄງການ​ຈະ​ຫລວດ​ນຳ​ວິ​ຖີຢ່າງ​ສິ້ນ​ເຊີງ, ສາມາດ​ກວດ​ສອບໄດ້ ​ແລະ​ບໍ່​ສາມາດຮື້​ຟື້ນ​ໂຄງການ​ຢ່າງ​ເດັດ​ຂາດ.

ຈາກ​ນີ້​ຈຶ່ງຮຽກຮ້ອງ​ສປປ.​ເກົາຫລີ​ບໍ່​ຄວນ​ສ້າງ​ສະຖານະ​ການ​ໃຫ້​ເຄັ່ງ​ຕຶງ, ຄວນກັບຄືນ​​​ສູ່ການ​ເຈລະຈາ​ສາກົນ ​ໂດຍ​ສະ​ເພາະ​ການ​ເຈລະຈາ​ຫົກ​ຝ່າຍ.

​ແນວ​ໃດ​ກໍ​ດີ, ​ສປປ.​ເກົາຫລີ​ຍັງ​ບໍ່​ທັນ​ອອກ​ຖະ​ແຫຼງການ​ກ່ຽວ​ກັບ​ການຍິງຂີ​ປະ​ນາ​ວຸດເທື່ອ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ