ຟິລິ​ປິນປະຕິບັດ​ນະ​ໂຍບາຍ​ວີ​ຊາ​ກັບ​ດ່ານ​ຕໍ່​ນັກ​ທ່ອງ​ທ່ຽວ​ຈີນ​ໃນ​ປີ 2017
2017-02-13 16:02:50  cri 
ຂ່າວສານ​ຊິນ​ຮວາ​ລາຍ​ງານ​ວ່າ: ທ່ານwanda Corazon Teo ລັດຖະມົນຕີ​ກະຊວງ​ການທ່ອງທ່ຽວ​ຟິລິປິ​ນກ່າວ​ໃນ​ພິທີ​ເປີດ​​ງານວາງ​ສະ​ແດງ​ທ່ອງ​ທ່ຽວ​ຄັ້ງ​ທີ 24 ຢູ່ນະຄອນຫຼວງ​ມະ​ນີລາວ່າ: ກະຊວງ​ການ​ທ່ອງ​ທ່ຽວ​ຟິລິປິ​ນ​ໄດ້​ອອກ​ນະ​​ໂຍບາຍ​ວີ​ຊາ​ກັບ​ດ່ານ​ຕໍ່​ນັກ​ທ່ອງ​ທ່ຽວ​ຈີນ. ນອກ​ນີ້​ຍັງ​ໄດ້​ອຳນວຍ​ສະດວກ​​ໃນ​ການ​ຂາຍ​ປີ້​ເຮືອບິນ ​ແລະການ​ຮັບ​ເໝົາ​ເຮືອບິນ​ລະຫວ່າງ​ຈີນ​ກັບ​ຟິລິປິ​ນ ​ເພື່ອ​​ດູດດຶງ​ນັກ​ທ່ອງ​ທ່ຽວ​ຈີນ​​ໃຫ້​ໄດ້ 1 ລ້ານ​​ເທື່ອ​ຄົນ.

ທ່ານ​ຮວາງ​ຊຽງ ຫົວໜ້າ​ສຳນັກງານ​​ບໍ​ລິ​ສັດ​ການບິນ​ພາກ​ໃຕ້​ຈີນປະຈຳ​ມະນີ​ລາ​ກ່າວ​ວ່າ: ​ເພື່ອ​ບັນລຸ​​ເປົ້າໝາຍ​ດັ່ງກ່າວ​, ຟິລິປິ​ນຕ້ອງ​ເພີ່ມ​ທະວີ​ການ​ລົງທຶນ​ໃນ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ ​ແລະ​ເພີ່ມ​ທະວີ​ການ​ຮ່ວມ​ມືກັບ​ວິ​ສາ​ຫະກິດ​ຈີນ.
 
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ