ວົງ​ດຸລິ​ຍາງ​ຊິ​ມ​ໂຟນີ​ກຸງ​ເທບ​ໄດ້​ສະ​ແດງ​ຢູ່​ສວນ​ລຸ​ມພີ​ນີ
2017-02-13 14:27:06  cri 

ຕາມ​ຂ່າວສານ​ຈີນ: ຕອນ​ຄ່ຳ​ວັນ​ທີ 12 ກຸມພາ​ນີ້, ວົງ​ດຸລິ​ຍາງ​ຊິ​ມ​ໂຟນີກຸງ​ເທບ ທີ່ມີ​ຊື່​ສຽງ​ຂອງ​ໄທ​ໄດ້ສະ​ແດງ​ດົນຕີຢູ່​ສວນລຸມ​ພີ​ນີບາງ​ກອກ, ​​ໂດຍໄດ້​ດຶງ​ດູດ​ປະຊາຊົນ ​ແລະ​ນັກ​ທ່ອງ​ທ່ຽວ​​ເຂົ້າຊົມ​ຢ່າງຫຼວງຫຼາຍ​.

ວົງ​ດຸລິ​ຍາງ​ຊິ​ມ​ໂຟນີກຸງ​ເທບ​ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ1982, ​ເປັນ​ວົງ​ດົນຕີ​ປະສານ​ສຽງ​ທີ່​ດີ​ເດັ່ນ​ຂອງ​ໄທ ​ໂດຍ​ເລີ່​ມ​ແຕ່​ທ້າຍ​ປີ​ຜ່ານ​ມາ​ນີ້, ວົງ​ດົນຕີ​ດັ່ງກ່າວ​ໄດ້​ຮ່ວມ​ກັບ​ສວນລຸມ​ພີ​ນີຈັດ​ກິດຈະກຳ​ສະ​ແດງ​ດົນຕີ​ເດີ່ນ​ຫຍ້າ, ​ເຊິ່ງ​ໄດ້​ເຊີນ​ນັກ​ຮ້ອງ​ທີ່​ມີ​ຊື່​ສຽງ​ໄດ້​ຮ່ວມສະ​ແດງ​​ກັບ​ສິລະປິນ​​ໃນ​ວົງ​ດົນຕີດັ່ງກ່າວ​ເມື່ອ​ກ່ອນ, ​ເປັນ​ຂອງຂວັນ​ປີ​ໃໝ່​ໃຫ້​ແກ່​ປະຊາຊົນ​ນະຄອນຫຼວງ​ບາງກອກ. ກິດຈະກຳ​ດັ່ງກ່າວ​ໄດ້​ສະ​ແດງ​ດົນຕີ 8 ລາຍການ​ທີ່​​ຕ່າງ​ກັນ ​ແລະກາຍ​ເປັນມະ​​ໂຫລານ​ດົນຕີທ້າຍ​ສັບປະດາ​ສຳລັບ​ມິດ​ດົນຕີ​ບາງກອກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ