ຖະໜົນ​ຮຸນ​ເຊັນຈະ​ສ້າງ​ສຳ​ເລັດ​ໃນ​ໄລຍະບຸນປີ​ໃໝ່​ກຳປູ​ເຈຍ
2017-02-13 14:30:35  cri 
ຕາມ​ຂ່າວສານ​ຈີນ: ຖະໜົນ​ຮຸນ​ເຊັນ ທີ່​ເປັນ​ຖະໜົນ​ກວ້າງ​ທີ່​ສຸດ​ຂອງ​ນະຄອນຫຼວງ​ພະ​ນົມ​ເປັນ ຈະ​ສ້າງ​ສຳ​ເລັດ​ໃນ​ໄວໆ​ນີ້, ​ເຊິ່ງຈະ​ປ່ຽນ​ແປງ​ສະພາບພາບ​ ​ທີ່​ມີ​ຖະໜົນ​ຄັບ​​ແຄບ​​ແອ​ອັດ.

ເຈົ້າ​ໜ້າ​ທີ່​ກົມ​ໂຍທາ​ທິການ​ແລະ​ຂົນ​ສົ່ງ​ນະຄອນຫຼວງ​ພະນົມ​ເປັນ​ເປີດ​ເຜີຍ​ໃນ​ວັນ​ທີ 12 ກຸມພາ​ນີ້​ວ່າ, ຖະໜົນ​ຮຸນ​ເຊັນ​ໄດ້​ເຊື່​ອມຕໍ່​ຖະໜົນ​ເລກ 271 ຂອງ​ຄຸ້ມ​ມີນ​ໄຈ​ກັບ​ຖະໜົນ​ເລກ 2 ຂອງ​ເມືອງ​ຕັກ​ມາວ, ​ໂດຍ​ມີ​ຄວາມ​ຍາວ 9,2 ກິ​ໂລ​ແມັດ, ກວ້າງ 60 ​ແມັດ, ​ແລະ​ມາ​ຮອດ​ປັດຈຸບັນໄດ້​ສ້າງ​ສຳ​ເລັດ 95% ແລ້ວ. ຂະນະ​ທີ່​ໃນວັນ​ທີ 11 ກຸມພາ​ນີ້, ​ເວັບ​ໄຊ​ຂອງກົມ​ດັ່ງກ່າວ​ໄດ້​​ເປີດ​ດ້ວຍ​ຂໍ້​ມູນ​ຂອງ​ບໍລິສັດ ING ທີ່​ຮັບຜິດຊອບ​ກໍ່ສ້າງ​ຖະໜົນ​ເສັ້ນ​ນີ້​ວ່າ, ຖະໜົນ​ຮຸນ​ເຊັນ​ຈະ​ສ້າງ​ສຳ​ເລັດ​ໃນ​ວັນ​ທີ 14 ​ເມສາ ​ເຊິ່ງພໍດີຢູ່​ໃນ​ໄລຍະ​ບຸນປີ​ໃໝ່​ກຳປູ​ເຈຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ