ເກຼັກ​ໄດ້​ທຳລາຍ​ລູກລະ​ເບີດ​ລູກ​​ທີ່​ຕົກ​ຄ້າງ​​ໃນ​ປາງ​ສົງຄາມ​ໂລກ​ຄັ້ງ​ທີ​ສອງ
2017-02-13 16:34:27  cri 
ສື່​ມວນ​ຊົນ​​ເກຼັກລາຍ​ງານ​ວ່າ: ວັນ​ທີ 12 ກຸມພາ​ຕາມ​ເວລາ​ເກຼັກ, ຜູ້ຊ່ຽວຊານ​ປ້ອງ​ກັນລະ​ເບີດ​ທາງ​ທະຫານ​ເກຼັກ​ໄດ້ທຳລາຍ​ລູກ​ລະ​ເບີດ​ທີ່​ຍັງ​ບໍ່​ທັນ​​ແຕກ​ທີ່​ຕົກ​ຄ້າ​ງ​ໃນ​ປາງ​ສົງຄາມ​ໂລກ​ຄັ້ງ​ທີ​ສອງ ຢູ່​ເມືອງ​ເຊ​ຊາ​ໂລ​ນີກີ ທາງພາກ​ເໜືອປະ​ເທດ​ຕົນ.

ຂ່າວສານ ANA ຂອງ​ເກຼັກລາຍ​ງານ​ວ່າ, ຫວ່າງ​ແລ້ວ​ນີ້, ລູກ​ລະ​ເບີດໜ່ວຍນີ້​ຖືກ​ຄົ້ນ​ພົບ​ຢູ່​ສະຖານ​ທີ່​ກໍ່ສ້າງ​ແຫ່ງ​ໜຶ່ງ​​ໃກ້​​ປ້ຳ​ນ້ຳມັນ​ແຫ່ງ​ໜຶ່ງ​ຂອງ​ເມືອງ​ເຊ​ຊາ​ໂລ​ນີກີ ​ແລະ​ເພື່ອ​ຄວາມ​ປອດ​ໄພ, ​ເຈົ້າ​ໜ້າ​ທີ່​ໄດ້​ຍົກຍ້າຍ​ປະຊາຊົນ 7 ໝື່ນ​ຄົນ​ອອກ​ຈາກ​ເຂດ​ອ້ອມ​ຂ້າງ. ຂະນະ​ທີ່​ທະຫານ​ເກຼັກຄາດ​ຄະ​ເນ​ເບື້ອງ​ຕົ້ນວ່າ, ລູກ​ລະ​ເບີດໜ່ວຍ​ນີ້​ຍາວ​ປະມານ 1,5​ ແມັດ ​ແລະໜັກ​ປະມານ 250 ກິ​ໂລ.

ສື່​ມວນ​ຊົນ​ເກຼັກລາຍ​ງານ​ວ່າ, ລູກ​ລະ​ເບີດ​ໜ່ວຍ​ນີ້​ອາດ​ຈະ​ແມ່ນ​ທະຫານ​ອັງກິດ​ຖິ້ມ​ລະ​ເບີດ​ໃສ່​ສິ່ງ​ກໍ່ສ້າງ​ທະຫານ​ຂອງ​ນາ​ຊິດ​ເຢຍລະ​ມັນ​ໃນ​ຕົວ​ເມືອງ​ດັ່ງກ່າວ​ເມື່ອ​ປີ 1943.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ