ທ່ານນາງ ອອງຊານຊູຈີ ຮຽກຮ້ອງ​ໃຫ້​ທຸກກອງທັບຊົນເຜົ່າຂອງມຽນມາ​ເຂົ້າຮ່ວມ​ຂະ​ບວນການ​ສັນຕິພາບ
2017-02-13 16:17:10  cri 
    ຕາມ​ຂ່າວສານ​ຊິນ​ຮວາ: ​ໃນ​ວັນ​ທີ 12 ກຸມພາ​ນີ້, ແຫ່ງ​ຕ່າງໆ​ທົ່ວ​ປະ​ເທດ​ມຽນມາ ​ໄດ້​ຈັດ​ກິດຈະກຳສະຫຼອງວັນ​ສະຫະພັນ​ ​ເຊິ່ງ​ໃນ​ນັ້ນ ກິດຈະກຳ​ທີ່​ຈັດ​ຂຶ້ນຢູ່​​ເມືອງ​ນ້ອຍ​ປາງ​ລອງ ​ເມືອງ​ທີ່​ຈະ​ເຊັນ​ສັນຍາ​ປາງ​ລອງ​ໃນ​ຕອນ​ເຊົ້າມື້​ດັ່ງກ່າວ​ນັ້ນ ສາມາດ​ດຶງ​ດູດ​ຄວາມ​ສົນ​ໃຈ​ໄດ້ຫຼາຍ​ທີ່​ສຸດ ຫຼັງ​ທ່ານ​ນາງ ອອງຊານ​ຊູ​ຈີ ທີ່​ປຶກສາ​ແຫ່ງ​ລັດ​​ໄດ້​ເຂົ້າ​ຮ່ວມ​ແລະ​ກ່າວ​ປາ​ໄສ.

    ໂອກ​າດດັ່ງກ່າວ, ທ່ານ​ນາງ ອອງຊານ​ຊູ​ຈີ ​ໄດ້​ຮຽກຮ້ອງ​​ໃຫ້ກອງທັບ​ຊົນ​ເຜົ່າ​ທີ່​ຍັງ​ບໍ່​ທັນ​ເຊັນ​ສັນ​ຍາ​ຢຸດ​ຍິງ​ທົ່ວ​ປະ​ເທດ​ນັ້ນ ຈົ່ງ​ເຂົ້າຮ່ວມ​ຂະ​ບວນການ​ສັນຕິພາບ​ແລະ​ເຊັນ​ສັນຍາ ​ໂດຍ​​ໃຫ້​ເຫດຜົນວ່າ, ສັນຕິພາບ​​ແມ່ນ​ເລື່ອງ​ສຳຄັນ​ທີ່​ສຸດ​ຂອງ​ມຽນມາ ​ແລະຫຼັງກ່າວ​ປາ​ໄສ, ທ່ານ​ນາງ ອອງຊານ​ຊູ​ຈີ ກໍໄດ້​ເຂົ້າຮ່ວມກອງ​ປະຊຸມ​ສົນທະນາ​ສັນຕິພາບ ​ເພື່ອ​ປຶ​ກສາ​ຫາລື​ບັນຫາ​ຄວາມ​ປອງ​ດອງ​ຊາດ​ແລະ​ຂະ​ບວນການ​ສັນຕິພາບ​ກັບ​ຜູ້ຕາງໜ້າ​ຊົນ​ເຜົ່າ​ສ່ວນ​ໜ້ອຍ.

    ໃນ​ມື້​ດັ່ງກ່າວ, ຢູ່​ນະຄອນຫຼວງ​ເນ​ປີ​ດໍ ກໍ​ໄດ້​ຈັດ​ກິດຈະກຳ​ສະຫຼອງວັນ​ສະຫະພັນ​ທີ່​ຍິ່ງ​ໃຫຍ່​ ​ໂດຍ​ທ່ານ ມິ​ນສະ​ວີ ຮອງ​ປະທານາທິບໍດີ ​ໄດ້​ເຂົ້າຮ່ວມ​ແລະ​ອ່ານ​ຄຳ​ປາ​ໄສ​ຂອງ​ທ່ານ ທິນຈໍ ປະທານາທິບໍດີ ​ເຊິ່ງກ່າວ​ເນັ້ນວ່າ, ທົ່ວ​ປະ​ເທດ​ຄວນ​ຮ່ວມ​ແຮງ​ຮ່ວມ​ມື​ກັນ ​ແລະ​ພະຍາຍາມ​ເພື່ອ​ບັນລຸ​ຄວາມ​ປອງ​ດອງ​ຊາດ​ແລະ​ສັນຕິພາບ​ພາຍ​ໃນ​ປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ