ອາ​ເມ​ລິ​ກາຈັບ​ຊາວຍົກ​ຍ້າຍ​ຖິ່ນ​ຖານ​ຢ່າງ​ຜິດ​ກົດໝາຍ​ໄດ້ຫຼາຍຮ້ອຍ​ຄົນ
2017-02-13 16:33:24  cri 
    ວັນ​ທີ 13 ກຸມພາ​ນີ້, ສື່​ມວນ​ຊົນ​ຕ່າງປະ​ເທດ​ລາຍ​ງານ​ວ່າ, ​ເຈົ້າໜ້າ​ທີ່​ອາ​ເມ​ລິ​ກາ​ໄດ້​ຈັບ​ຊາວຍົກ​ຍ້າຍ​ຖິ່ນ​ຖານ​ຢ່າງ​ຜິດ​ກົດໝາຍຫຼາຍຮ້ອຍ​ຄົນ​ໃນທົ່ວ​ປະ​ເທດ​​ເມື່ອ​ອາທິດ​ຜ່ານ​ມາ ​ເຊິ່ງ​ເປັນມາດຕະ​ການ​ ​ຕໍ່​ຊາວຍົກ​ຍ້າຍ​ຖິ່ນ​ຖານ​ຜູ້​ບໍ່​ມີ​ໃບ​ອະນຸຍາດ​ຢ່າງ​ຂະໜາດ​ໃຫຍ່​ເປັນ​ຄັ້ງທຳ​ອິດ​ຂອງ​ລັດຖະບານ ນັບ​ແຕ່​ທ່ານ ​ໂດ​ນັນ ທຣຳ ດຳລົງ​ຕຳ​ແໜ່​ງປະທານາທິບໍດີ​​ເປັນຕົ້ນມາ.

    ທາງ​ການ​ອາ​ເມ​ລິ​ກາ​ບໍ່​ໄດ້​ເຜີຍ​ໃຫ້​ຮູ້​ຈຳນວນ​ຄົນ​ທີ່​ຖືກ​ຈັບ ຂະນະ​ທີ່​ຜູ້​ຮັບຜິດຊອບ​ເຂດ​ລອສອັນ​ເຈີ​ລິ​ສຂອງ​ສຳນັກງານ​ຊາວຍົກ​ຍ້າຍ​ຖິ່ນ​ຖາ​ນ​ແລະ​ດ່ານ​ພາສີ ກ່າວ​ວ່າ, ຢູ່​ລອສ​ແອນ​ເຈີ​ລິ​ສ ສາມາດ​ຈັບ​ໄດ້ປະມານ 160 ຄົນ ​ເຊິ່ງ​ໃນ​ນັ້ນ 75% ​ເຄີຍ​ຖືກ​ກ່າວ​ຫາ​ຍ້ອນ​ໄດ້​ໂທດ​ໜັກ, ​ແຕ່​ກໍ​ມີ​ຈຳນວນ​ໜຶ່ງ​ຖືກ​ຈັບ​ພຽງ​ແຕ່​ຍ້ອນ​ບໍ່​ມີ​ໃບ​ອະນຸຍາດ​ທີ່​ຊອບ​ດ້ວຍ​ກົດໝາຍ​ເທົ່າ​ນັ້ນ.

    ຂ່າວ​ແຈ້ງ​ອີກ​ວ່າ, ການ​​ເຄື່ອນ​ໄຫວ​ດັ່ງກ່າວ ​ເຮັດ​ໃຫ້​ກຸ່ມ​ຄົນ​ຍົກຍ້າຍ​ຖິ່ນ​ຖານ​ໃນ​ທົ່ວ​ປະ​ເທດ​ອາ​ເມ​ລິ​ກາ​ສະທ້ານ​ຢ້ານ​ກົວ ​ແລະ​ສະມາຊິກ​ສະພາ​ທີ່​ສັງກັດ​ພັກ​ເດ​ໂມ​ແກຼດນັ້ນ ຕ່າງ​ກໍ​ອອກ​ມາ​ຕຳ​ໜິ. ​ແຕ່​ທາງ​ການ​ກ່າວ​ວ່າ, ນີ້​ແມ່ນ​ມາດຕະການ​​ ​ປະຕິບັດ​ກົດໝາຍ​ທີ່​ເປັນ​ປົກກະຕິ ​ແລະ​ຜູ້​ຖືກ​ຈັບ​ສ່ວນຫຼາຍ​ເຄີຍ​ກະທຳ​ຜິດ​ໜັກ ​ແລະ​ເປັນ​ໄພ​ຂົ່ມ​ຂູ່​ຕໍ່ຄວາມ​ປອດ​ໄພ​ສາທາລະນະຫຼືກົນ​ໄກການ​ຍົກ​ຍ້າຍ​ຖິ່ນ​ຖານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ