ແມ່ຍິງ​ອາຍຸ 48 ປີຮ່ວມ​ຊີງ​ແຊ໊ມກິລາ​ເພາະ​ກາຍ
2017-02-14 15:13:15  cri 

ນາງ​ຈ່າງ​ເສ​ຢິ່ງທີ່​ປີ​ນີ້​ອາຍຸ 48 ປີ​ບໍ່​ພຽງ​ແຕ່​ມີ​ຫຸ່ນ​ບຶກ​ເຂັ້ມ​ແຂງ​ເທົ່າ​ນັ້ນ​ຍັງ​ມີ​ກ້າມ​ທ້ອງ​ງາມທີ່​ສາມາດ​ສູ້​​ກັບ​ນາຍ​ແບບໄດ້​ເຮັດ​ໃຫ້ຫຼາຍ​ຄົນເອີ້ນນາງ​ດ້ວຍ​ຄວາມ​​ເປັນ​ກັນ​ເອງວ່າ "ອາ​ກ້າມ​ທ້ອງ​ງາມ" ທີ່​ສຳຄັນ​ນາງ​ໄດ້​ເຂົ້າ​ຮ່ວມຊີງ​ແຊ໊ມ​ໃນ​ການ​ແຂ່ງຂັນ​ກິລາ​ເພາະ​ກາຍ​ສະໝັກ​ຫຼິ້ນ​ທີ່​ຈັດ​ຂຶ້ນກ່ອນ​ໜ້ານີ້​ບໍ່​ດົນ​ແລະ​ກໍ​ເປັນ​ຜູ້​ມີອາຍຸ​ສູງ​ສຸດ​ໃນ​ບັນດາ​ຜູ້ຮ່ວມ​ການ​ແຂ່ງຂັນ. ນາງ​ຈ່າງ​ເສ​ຢິ່ງ ​ພະນັກງານ​ໂຮງ​ໄຟຟ້າ​ແຫ່ງ​ໜຶ່ງ​ຂອງ​ເມືອງ​ທຽນ​ສິນ ສປ ຈີນ​ໂດຍ​ແຕ່​ລະ​ມື້ກ່ອນ​ໄປ​ການ,ນາງ​ກໍ​ຕ້ອງ​ແລ່ນ​ຊ້າ​ຢ່າງ​ໜ້ອຍ 5 ​ກິ​ໂລ​ແມັດ​ແລະຝຶກ​​ແອບດ້ວຍ​ອຸປະກອນ​ເປັນ​ເວລາ 20 ນາທີ ​ເຊິ່ງນາງ​ໄດ້ເຮັດ​ແບບ​ນີ້​ມາ​ໄດ້ 13 ປີ​ແລ້ວຈົນ​ເຖິງ​ປັດຈຸບັນ.


1 2 3
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ