ຂົວ​ມິດຕະພາບ​ກຳປູ​ເຈຍ-ຈີນ​ແຫ່ງ​ທີ 7  ​ເປີດນຳ​ໃຊ້ຢ່າງ​ເປັນ​ທາງ​ການ
2017-02-14 16:27:02  cri 

ພິທີ​ເປີດນຳ​ໃຊ້ຂົວ​ໂກ​ທົມ​ທີ່​ໄດ້​ຮັບຍ​ເງິນ​ກູ້​ຈາກ​ລັດຖະບານ​ຈີ​ນ​ແລະ​ຮັບ​ເໝົາ​ກໍ່ສ້າງ​ໂດຍ​ບໍລິສັດ​ຂົວ​ທາງ​ຈີນ​ນັ້ນ​ໄດ້ຈັດ​ຂຶ້ນ​ຢູ່​ເມືອງ​ໂກ​ທົມ​ແຂວງ​ກັນ​ຕານ​ກຳປູ​ເຈຍ​ໃນ​ວັນ​ທີ 13 ກຸມພາ​ນີ້​ໂດຍ​ທ່ານ​ຮຸນ​​ແ​ຊນ ນາຍົກລັດຖະມົນຕີກຳປູ​ເຈຍ,ທ່ານ​ສົງ​ໂປ່ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ກຳປູ​ເຈຍ​ພ້ອມ​ດ້ວຍ​ເຈົ້າ​ໜ້າ​ທີ່​ລັດຖະບານ​ກຳປູ​ເຈຍ​ແລະປະຊາຊົນ​ປະມານ 5000 ຄົນ​ເຂົ້າ​ຮ່ວມ.

​ທ່ານ​ຮຸນ​ແຊນ​ກ່າວໃນ​ພິທີ​ດັ່ງກ່າວ​ວ່າ: ຂົວ​ໂກ​ທົມ​ເປັນ​ຜົນສຳ​ເລັດ​ໃໝ່​ຂອງ​ກຳປູ​ເຈຍ​ໃນ​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ຄົມມະນາຄົມ​ເຊິ່ງ​ໄດ້​ເຮັດ​ໃຫ້ປະຊາຊົນ​ກຳປູ​ເຈຍ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຫຼາຍ​, ພ້ອມກັນນັ້ນ, ກໍ​ຂໍສະແດງຄວາມຂອບໃຈຕໍ່​ລັດຖະບານ​ຈີນ​ທີ່​​​ໄດ້​​ຊ່ວຍ​ເຫຼືອ​ດທະນາ​ເສດຖະກິດ​ສັງຄົມ​ຂອງ​ກຳປູ​ເຈຍຢ່າງ​ໃຫຍ່​ຫຼວງ.

ຂົວ​ໂກ​ທົມ​ຕັ້ງ​ຢູ່​ເມືອງ​ໂກ​ທົມ​ ​ຫ່າງ​ຈາກ​ນະຄອນຫຼວງ​ພະນົມ​ເປັນ​ໄປ​ທາງ​ທິດ​ໃຕ້​ປະມານ 60 ກິ​ໂລ​ແມັດ, ຍາວ​ 415 ​ແມັດ​ແລະກວ້າງ 13,5 ​ແມັດ. ​ການ​ເປີດນຳ​ໃຊ້​ຂົວ​ດັ່ງກ່າວ​ຈະ​ສາມາດ​ຍົກ​ສູງ​ປະ​ສິດທິພາ​ບການ​ສັນຈອນ​ຕາມ​ທາງ​ຫຼວງ​ເລກ 21 ​ແລະ​ທາງ​ຫຼວງ​ເລກ 110 ຂອງ​ກຳປູ​ເຈຍ ​ແລະ​ຂົວ​ນີ້​ຍັງ​ເປັນ​ຂົວ​ມິດຕະພາບກຳປູ​ເຈຍ-ຈີນ​ແຫ່ງ​ທີ 7ທີ່​ບໍລິສັດ​ຈີນຮັບ​ເໝົາ​ກໍ່ສ້າງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ