ລົດນຳ​ທ່ຽວ​ເຂດ​​ໄຕ້​ຫວັນ​ປີ້ນ ​ເສຍ​ຊີວິດ 32 ຄົນ
2017-02-14 15:44:23  cri 

​ແຫຼ່ງຂ່າວ​ຈາກ​ອົງການ​ດັບ​ເພີງ​ເຂດ​ໄຕ້​ຫວັນ​ໃຫ້​ຮູ້​ໃນ​ເວລາປະມານ 0 ​ໂມງຂອງ​ວັນ​ທີ 14 ກຸມພາ​ນີ້​ວ່າ: ໃນ​ຕອນ​ຄ່ຳ​ວັນ​ທີ 13 ກຸມພາ​ນີ້ ​ໄດ້​​ເກີດ​ອຸບັດ​ເຫດ​ລົດ​ນຳ​ທ່ຽວ​ປີ້ນ​ ສົ່ງ​ຜົນເຮັດ​ໃຫ້ 32 ຄົນ​ເສຍຊີວິດ, ຂະນະ​ທີ່ 12 ຄົນ​ໄດ້​ຮັບ​ບາດ​ເຈັບນັ້ນ ​ໄດ້​ຖືກ​ສົ່ງ​ເຂົ້າປິ່ນປົວ​ຢູ່​ໂຮງໝໍ​ແລ້ວ. ສ່ວນ​ເຈົ້າໜ້າ​ທີ່​ຕຳຫຼວດທາງຫຼວງ​ໄຕ້​ຫວັນ​ຢືນຢັນ​ວ່າ ຢູ່​​ໃນລົດນຳ​ທ່ຽວ​ດັ່ງກ່າວ​ບໍ່​ມີ​ນັກ​ທ່ອງ​ທ່ຽວ​ຈາກ​ແຜ່ນດິນ​ໃຫຍ່​ຈີນ​.

ຫຼັງຕຳຫຼວດ​ເຂົ້າ​ໄປຊ່ວຍ​ເຫຼືອຢູ່​ຈຸດ​ເກີດ​ເຫດ ​ແລະ​ຜ່ານ​ການ​ກວດກາ​ເບື້ອງ​ຕົ້ນ​​ໄດ້ຢືນຢັນ​ວ່າ: ລົດນຳທ່ຽວ​ດັ່ງກ່າວ​ໄດ້​ເກີດ​ເຫດ​ລະຫວ່າງ​ທາງມຸ່ງ​ໜ້າ​ກັບເມືອງ​ໄຕ​ເປຫຼັງ​ພາ​ນັກ​ທ່ອງ​ທ່ຽວ​ໄປ​ຊົມ​ດອກ​ສະ​ກຸລະ​ຢູ່​ຟາ​ມກະ​ເສດ​ອູຫຼິງ ​ໂດຍ​ຄາດວ່າອາດ​ຈະຂັບ​ລົດ​ໄວ​ເກີນກຳນົດ ຈຶ່ງ​ໄດ້​ພຸ່ງ​ຕຳ​ຮາວ​ແຄມ​ທາງ ທັງ​ປີ້ນ​ແລະ​ຕົກ​ລົງ​ຄ້ອຍ​ແຄມ​ທາງ​, ​ຂະນະ​ທີ່ໃນ​ລົດ​ສ່ວນຫຼາຍ​ແມ່ນນັກທ່ອງທ່ຽວ​ທີ່​ມີ​ອາຍຸກວ່າ 50 ປີ.

​ເຈົ້າໜ້າ​ທີ່ຂະ​ແໜງ​ທາງຫຼວງ​ໄຕ້​ຫວັນ​​ປະກາດ​ວ່າ, ລົດ​ຄັນ​ນີ້ນຳ​​ໃຊ້​ມາ​ເປັນ​ເວລາ 19 ປີ​ແລ້ວ, ຂະນະ​ດຽວ​ກັນ​ກໍ​ຍັງບໍ່​ສາມາດ​ຢືນຢັນ​ອັດ​ຕະລັກ​ຂອງຄົນ​ຂັບ​ໄດ້. ​ແນວ​ໃດ​ກໍ​ດີ, ປັດຈຸບັນ ຂະ​ແໜງ​ການ​ຄົມມະນາຄົມ​ແລະ​ໜ່ວຍ​ງານດັບ​ເພີງກຳລັງ​ສືບສວນລາຍ​ລະອຽດ​ຂອງ​ສາ​ເຫດ​​ໃນ​ການ​ເກີດ​ອຸບັດ​ເຫດ​ດັ່ງກ່າວ​.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ