ທ່ານຫຼິວເຈີ້ນໝິນ ຮອງລັດຖະມົນຕີກະຊວງການຕ່າງປະເທດຈີນ ໄດ້ພົບປະແລກັບທູຕານຸທູດຂອງ 10 ປະເທດອາຊຽນປະຈຳຈີນ ກ່ຽວກັບສາຍພົວພັນລະຫວ່າງຈີນ-ອາຊຽນ ຢູ່ນະຄອນຫຼວງປັກກິ່ງໃນວັນທີ 10 ກຸມພານີ້.
ທ່ານຫຼິວເຈີ້ນໝິນ ກ່າວວ່າ: ປີນີ້, ສາຍພົວພັນລະຫວ່າງຈີນ-ອາຊຽນຈະເຂົ້າສູ່ໄລຍະ 25 ປີອີກເທື່ອໃໝ່ ແລະກໍເປັນປີຄົບຮອບ 50 ປີແຫ່ງການສ້າງຕັ້ງອາຊຽນ. ໃນສະຖານະການໃໝ່, ອາຊຽນແລະສາຍພົວພັນລະຫວ່າງຈີນ-ອາຊຽນຈະຜະເຊີນກັບບັນຫາໃໝ່ ແລະ ສິ່ງທ້າທາຍໃໝ່. ຂະນະທີ່ຈີນແລະບັນດາປະເທດໃນອາຊຽນກໍຕ້ອງການຄວາມໄວເນື້ອເຊື່ອໃຈກັນໃຫ້ເລິກເຊິ່ງຫຼາຍຂຶ້ນ, ຂຸດຄົ້ນທ່າແຮງຊຸກຍູ້ການຮ່ວມມືທີ່ເກີດຈາກພາຍໃນ ແລະຊຸກຍູ້ການຮ່ວມມືໃຫ້ກ້າວຂຶ້ນສູ່ລະດັບໃໝ່.
ຈາກນີ້ ຈີນຈຶ່ງສະເໜີວ່າ: ປີນີ້, ໂດຍປິ່ນອ້ອມສາມເສົາຄ້ຳ ຄື ການເມືອງ-ຄວາມໝັ້ນຄົງ, ການຮ່ວມມືດ້ານເສດຖະກິດການຄ້າ ແລະ ວັດທະນະທຳ-ສັງຄົມ ລວມທັງຊຸກຍູ້ການຮ່ວມມືໃນ 7 ຂົງເຂດທີ່ສຳຄັນໃຫ້ເຂົ້າສູ່ລວງເລິກນັ້ນ ຕ້ອງໄດ້ສຸມໃສ່ເຮັດວຽກ 6 ປະການເຫຼົ່ານີ້ໃຫ້ດີ ຄື ໜຶ່ງ, ກະກຽມກອງປະຊຸມຕ່າງໆຂອງການຮ່ວມມືອາຊີຕາເວັນອອກໃຫ້ດີ. ສອງ, ເຊື່ອມຕໍ່ຍຸດທະສາດ ການພັດທະນາແລະປະຕິບັດໃຫ້ເຂົ້າສູ່ລວງເລິກ. ສາມ, ຊຸກຍູ້ການສ້າງເສົາຄ້ຳແຫ່ງການຮ່ວມມືດ້ານວັດທະນະທຳ. ສີ່, ຊຸກຍູ້ການຮ່ວມມືທີ່ແທ້ຈິງໃຫ້ເຂົ້າສູ່ລວງເລິກຕື່ມອີກ. ຫ້າ, ພັດທະນາຈຸດເຕີບໂຕໃໝ່ແຫ່ງການຮ່ວມມືໃນອະນຸພາກພື້ນ ແລະ ຫົກ, ແກ້ໄຂບັນຫາທະເລຈີນໃຕ້ໃຫ້ເໝາະສົມ.
ນອກນີ້, ທ່ານຫຼິວເຈີ້ນໝິນ ຍັງໄດ້ປະກອບຄຳເຫັນຕໍ່ການພັດທະນາການຮ່ວມມືອາຊຽນ ບວກ ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ(10+3), ກອງປະຊຸມສຸດຍອດອາຊີຕາເວັນອອກ ແລະ ເວທີປຶກສາຫາລືພາກພື້ນອາຊຽນ ອີກດ້ວຍ